ອັດກອງປະຊຸມຄັ້ງທີ 36 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກູບາ

(VOVWORLD) -ພາຍຫຼັງດຳເນີນການປຶກສາຫາລືຫົວເລື່ອງສະເພາະມາເປັນເວລາ 4 ວັນ ແລະ ດຳເນີນປະຊຸມສັງລວມຢ່າງເປັນທາງການ ເປັນເວລາ 2 ວັນ

ອັດກອງປະຊຸມຄັ້ງທີ 36 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກູບາ - ảnh 1ພິທີລົງນາມໃນບົດບັນທຶກ

(ພາບ: TTXVN)

ກອງປະຊຸມຄັ້ງທີ 36 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ກູບາ ໄດ້ອັດລົງໃນວັນທີ 30 ພະຈິກ, ຢູ່ນະຄອນຫຼວງ La Habana, ດ້ວຍພິທີລົງນາມໃນບົດບັນທຶກກອງປະຊຸມລະຫວ່າງຜູ້ຕາງໜ້າຂອງ 2 ຄະນະຜູ້ແທນ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມຮົ່ງຮ່າ, ລັດຖະມົນຕີກະຊວງກໍ່ສ້າງ ແລະ ທັງເປັນປະທານຮ່ວມຄະນະກຳມະການລະຫວ່າງລັດຖະບານຝ່າຍຫວຽດນາມ ເນັ້ນໜັກວ່າ, ບົດບັນທຶກທີ່ໄດ້ຮັບການລົງນາມໃນຄັ້ງນີ້ ມີຫຼາຍຈຸດໃໝ່ເມື່ອທຽບໃສ່ບົດບັນທຶກກ່ອນໜ້ານັ້ນ, ເໝາະສົມກັບບັນດາການກຳນົດທິດລະອຽດ ເຊິ່ງການນຳ 2 ປະເທດໄດ້ວາງອອກ ແລະ ສະພາບການ, ກໍ່ຄືຄວາມຕ້ອງການພັດທະນາຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ