ອັດກອງປະຊຸມຄັ້ງທີ 5 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

 ອັດກອງປະຊຸມຄັ້ງທີ 5 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ - ảnh 1
ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:daidoanket.vn


(vovworld)- ວັນ​ທີ 18/1, ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຊຸດ​ທີ 7 ​ໄດ້​ອັດ​ລົງ ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ມື້. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ ຮູ່ນດາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທ​ດຊາດ ຫວຽດນາມ ​ໄດ້​ຊີ້​ແຈງ​ວ່າ: ບັນດາບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ​ແມ່ນ​ຄຳ​ເຫັນ​ທີ່ສຸດ​ຈິດ​ສຸດ​ໃຈ, ​ເລິກ​ເຊິ່ງ​ ​ແລະ ພູມ​ປັນຍາ, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນດາ​ຮ່າງ​ເອກະສານ ​ໂດຍ​ຄະນະ​ປະທານ​ຍົກ​ອອກ​ມາ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ຂໍ້​ສະ​ເຫ​ນີກ່ຽວ​ກັບ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ສຳລັບ​ພາລະກິດ​ມະຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ວຽກ​ງານ​ແນວ​ໂຮມ​ໃນ​ສະພາບ​ການ​ໃຫມ່, ພິ​ເສດ ​ແມ່ນ​ການ​ປະກອບສ່ວນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​​ໃຫ້​ແກ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ ຮູ່ນດາມ ກ່າວ​ວ່າ:

        “​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແນວ​ໂຮມ​ປະ​ເທດ​ຊາດ ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​​ໃສ, ​ເຂັ້ມ​ແຂງ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດສັງຄົມ​ນິຍົມ ກາຍ​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ. ກ່ອນ​ອື່ນ​ໝົດ​ແມ່ນ​ການ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລັດຖະທຳ​ມະນູນ​ປີ 1992. ຍູ້​ແຮງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ ​ແລະ ພິຈາລະນາ​ສອ່ງ​ແສງ​ສັງຄົມ.”

       

ຂ່າວ/ບົດ​ອື່ນ