ອັດກອງປະຊຸມຄັ້ງທຳອິດຄະນະກຳມະການປະສົມກ່ຽວກັບການຮ່ວມມື2ຝ່າຍຫວຽດນາມ-ໄທ
ການປະຊຸມຂ່າວພາຍຫຼັງກອງປະຊຸມ
(vovworld) – ພາຍຫຼັງໂຮມປະຊຸມມາເປັນເວລາ 2 ວັນ, ຕອນຄຳ່ວັນທີ 5/11, ກອງປະຊຸມທຳອິດ, ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ໄທ ຖືກອັດລົງຢູ່ນະຄອນຫຼວງ ບັງກອກ, ປະເທດໄທ. ທີ່ກອງປະຊຸມ, 2 ຝ່າຍສຸມໃສ່ປຶກສາຫາລືສະພາບການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດຄື: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພົວພັນແລກປ່ຽນປະຊາຊົນ 2 ປະເທດ, ການຮ່ວມມືໃນພາກພື້ນ ແລະ ສາກົນ. 2 ຝ່າຍຢືນຢັນຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດໃໝ່ເຊິ່ງໄດ້ຮັບການສ້າງຕັ້ງໃນເດືອນ 6/2013. 2 ຝ່າຍແລກປ່ຽນກ່ຽວກັບລາຍການເຄື່ອນໄຫວ ຫວຽດນາມ - ໄທ ໄລຍະ 2014 – 2018 ເພື່ອມຸ່ງໄປເຖິງການລົງນາມໃນກອງປະຊຸມຄັ້ງທີ 3 ຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ໃນໄລຍະຈະມາເຖິງ. 2 ຝ່າຍກໍ່ເຫັນດີເປັນເອກະສັນຜັນຂະຫຍາຍບັນດາມາດຕະການເພື່ອບັນລຸຈຸດໝາຍບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 15 ຕື້ USD ໃນປີ 2020. ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີຮ່ວມມືຢ່າງແໜ້ນແຟ້ນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ, ເນັ້ນໜັກບັນດາຫຼັກການແກ້ໄຂຄວາມບໍ່ລົງລອຍກັນດ້ວຍບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ຢືນຢັນສົມທົບກັນຊຸກຍູ້ເພື່ອບັນລຸໄດ້ຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC).
ທີ່ກອງປະຊຸມ, ຫວຽດນາມ - ໄທ ໄດ້ຮັບຮອງເອົາບົດບັນທຶກຂໍ້ຕົກລົງ ແລະ ເຫັນດີເປັນເອກະສັນຈະຈັດຕັ້ງກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຢູ່ ຫວຽດນາມ ໃນໄລຍະເໝາະສົມປີ 2014.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 5/11, ໃນການຕ້ອນຮັບລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິງ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ຊິນນະວັດ ຕີລາຄາສູງຄວາມສຳຄັນຂອງການພົວພັນ ຫວຽດນາມ - ໄທ ແລະ ຄວາມໝາຍຂອງກອງປະຊຸມຄັ້ງທຳອິດ 1 ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ໄທ, ຖືນີ້ແມ່ນກົນໄກສຳຄັນເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.