ອັດກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 2, ຊຸດທີ 8

ອັດກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 2, ຊຸດທີ 8 - ảnh 1
(ກອງ​ປະຊຸມ​ຄະນະ​ກຳມະການ​ສູນ​ກາງ
​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 2, ຊຸດ​ທີ 8)


(vovworld) – “​ຫັນ​ຮູບ​ແບບ​ເຕົ້າ​ໂຮມ​ທົ່ວ​ສັງຄົມ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເພີ່ມ​ທະວີ​ການລະດົມ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສະພາບ​ການ​ໃໝ່​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນີ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ”. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ທີ່​ວາລະ​ອັດ​ກອງ​ປະຊຸມຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 2, ຊຸດ​ທີ 8, ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/01. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 8 ​ໄດ້​ວາງ​ອອກ ​ແລະ ຜັນ​ຂະຫຍາຍ​ນັບ​ແຕ່​ຊຸມ​ເດືອນ​ຕົ້ນ​ປີ 2015. ຜ່ານ​ນັ້ນ, ປະກອ​ບສ່ວນ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຕິບັດ​ບັນດາ​ຄາດໝາຍ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ໃຊ. ທ່ານ ຫງວຽນທ້ຽນ​​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ.

        “​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວິວັດ​ການ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ທຸກ​ຂັ້ນ ອາຍຸ​ການ 2016 – 2020, ​ເຂົ້າ​ຮ່ວມ​ການ​ສ້າງ​ກົດໝາຍວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ (ສະບັບ​ປັບປຸງ) ​ແລະ ຜັນ​ຂະຫຍາຍປະຕິບັດ​ພາຍຫຼັງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ. ​ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ຕັ້ງ​ໜ້າ​ຜັນ​ຂະຫຍາຍ​ວຽກ​ງານ​ຕິດຕາມ​ກວ​ດກາ, ສ່ອງ​ອສງຕີ​ລາຄາ​ຂອງສັງຄົມ ຕາມ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ ​ແລະ ລັດຖະທຳ​ມະນູນ​ປີ 2013, ປະກອບສ່ວນ​ກໍ່ສ້າງ​ພັກ, ລັດ ​ໃຫ້​ປອດ​ໄສ, ​ໝັ້ນຄົງ, ​ເຂັ້ມ​ແຂງ, ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຖືກ​ຕ້ອງຕາມ​ກົດໝາຍ, ຄວາມ​ເປັນ​ທຳຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ”.


ຂ່າວ/ບົດ​ອື່ນ