ອັດກອງປະຊຸມຜັນຂະຫຍາຍ ການປະຕິບັດມະຕິທີ 4 ຂອງຄະນະບໍລິຫານງານສູນກາງພັກ

ອັດກອງປະຊຸມຜັນຂະຫຍາຍ ການປະຕິບັດມະຕິທີ 4 ຂອງຄະນະບໍລິຫານງານສູນກາງພັກ - ảnh 1
ທ່ານ ​ເລ​ແທງຫາຍ ພົບປະແລກປ່ຽນກັບ
ຄະນະຜູ້ແທນເຂົ້າຮ່ວມກອງ​ປະຊຸມ​
( ພາບ: chinhphu.vn )


( vovworld ) – ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ​ສອງ​ວັນ, ຕອນ​ບ່າຍ​ວັນ​ທີ 21/3, ກອງ​ປະຊຸມ​ພະນັກງານຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ທີ 4 ຂອງ​ຄະນະ​ບໍ​ລິ​ຫານ​ງານສູນ​ກາງພັກຊຸດ​ທີ 11 “ ບາງ​ບັນຫາ​ອັນ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ​ໂດຍ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ​ ຈັດ​ຕັ້ງໄດ້​ອັດ​ລົງ. ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະຊຸມ, ທ່ານ ​ເລ​ແທງຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະ​ຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ສ້າງ​ການ​ຫັນປ່ຽນຢ່າງ​ແຮງກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ຄວນ​ສືບ​ຕໍ່​ປະຕິ​ບັດ 8 ໜ້າ​ທີ່​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ໄດ້​ວາງ​ອອກ​.

    “ ​ໃນ 4 ໝວດ​ມາດ​ຕະການນັ້ນ, ​ການຕຳ​ນິ້​ຕົນ​ເອງ ​ແລະ ຕຳ​ນິ້ໝູ່ຄູ່ ​ແມ່ນບັນຫາ​ຈຸດ​ສຸມ ​ແລະ ຕ້ອງປະຕິບັດ​ແຕ່​ຂັ້ນ​ເຖິງ​ລົງ​ຮອດ​ຂັ້ນ​ພື້ນຖານ. ດ້ວຍ​ຈິດ​ໃຈ​ນັ້ນ, ພວກ​ເຮົາ​ຊາບ​ຊືມ ​ແລະ ຈະ​ມີສະຕິຕື່ນຕົວ​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ນີ້, ພິ​ເສດ​, ​ການ​ປະຕິບັດ​ວຽກ​ງານ​ຕຳ​ນິ້​ຕົນ​ເອງ ​ແລະ ຕຳ​ນິ້ໝູ່ຄູ່​ແມ່ນ​ບັນຫາ​ທີ່​ຫຍຸ້ງຍາກ​ແຕ່​ເຊື່ອ​ໝັ້ນ​ວ່າພວກ​ເຮົາ​ຈະ​ປະຕິບັດ​ໄດ້ ”.

ຂ່າວ/ບົດ​ອື່ນ