ອັດກອງປະຊຸມລັດຖະມົນຕີການຕ່າງປະເທດASEMຄັ້ງທີ11
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ASEM
|
(vovworld)-ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ວັນທີ 12/11, ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສຮ່ວມມື ອາຊີ-ເອີລົບ(ASEM) ຄັ້ງທີ 11 ດຳເນີນໄປຢູ່ນະຄອນຫລວງ New Deli ຂອງອິນເດຍ ອັດລົງ ໂດຍຮັບຮອງເອົາຖະແຫລງການປະທານ ດ້ວຍຄຳຕັດສິນສຳຄັນຫລາຍຢ່າງກ່ຽວກັບທິດທາງ ແລະ ໂຄງການຮ່ວມມືຂອງເວທີປາໄສໃນໄລຍະຈະມາເຖິງ. ກອງປະຊຸມກໍໄດ້ຮັບຮອງເອົາ 16 ຂໍ້ລິເລີ່ມໃຫມ່ ໂດຍບັນດາສະມາຊິກສະເຫນີ, ສ້າງຕັ້ງ 12 ກຸ່ມຮ່ວມມືອີງຕາມຂົງເຂດ ແລະ ວາງອອກບາດກ້າວກະກຽມເພື່ອໃຫ້ປະເທດ Croatia ເຂົ້າເປັນສະມາຊິກຂອງ ASEM ໃນໄລຍະຈະມາເຖິງ. ບັນດາສະມາຊິກຢືນຢັນພອ້ມກັນມານະພະຍາຍາມເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມສຸດຍອດ ASEM ຄັ້ງທີ 10 ເຊິ່ງຈັດຂຶ້ນຢູ່ ອີຕາລີ ໃນທ້າຍປີ 2014 ກໍ່ຄືອການເຄື່ອນໄຫວອື່ນຂອງ ASEM. ສິ້ນສຸດກອງປະຊຸມ,ທ່ານ ຮ່າກີມງອກ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕອບສຳພາດຕໍ່ນັກຂ່າວ ໂດຍເນັ້ນຫນັກເຖິງບັນດາການປະກອບສ່ວນຂອງຫວຽດນາມ ຕໍ່ເຫດການດັ່ງກ່າວ ແລະ ຢືນຢັນ: ຄະນະຜູ້ແທນຫວຽດນາມ ໄດ້ສົມທົບກັນຢ່າງແຫນ້ນແຟ້ນກັບປະເທດເຈົ້າພາບ ອິນເດຍ ແລະ ບັນດາປະເທດສະມາຊິກ ASEM ໃນບັນຫາຄຸ້ມຄອງແຫລ່ງນຳ້ຢ່າງໝັ້ນຄົງ. ມີຫລາຍຂໍ້ສະເຫນີຂອງຫວຽດນາມ ເພື່ອແນໃສ່ເພີ່ມທະວີລັກສະນະແທດຈິງຂອງການຮ່ວມມື ASEM ໄດ້ຮັບຄວາມເຫັນດີ ນຳເຂົ້າໃນບັນດາເອກະສານຂອງກອງປະຊຸມ.