ອັດກອງປະຊູມລັດຖະມົນຕີຮັບຜິດວັດທະນະທຳແລະສິລະປະອາຊຽນຄັ້ງທີ 6
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: ໜັງສືພິມ Thừa Thiên Huế)
(vovworld) – ດ້ວຍຫົວຂໍ້ວ່າ “ ຍົກສູງບົດບາດວັດທະນະທຳ ໃນ ການພັດທະນາຢ່າງໝັ້ນຄົງຂອງປະຊາຄົມ ອາຊຽນ”, ກອງປະຊູມລັດຖະມົນຕີຮັບຜິດຊອບ ວັດທະນະທຳ ແລະ ສິລະປະ ອາຊຽນ ຄັ້ງທີ 6 ສິ້ນສຸດລົງໃນວັນທີ 20/4 ຢູ່ນະຄອນ ເຮ້ວ, ແຂວງ ເທື່ອທຽນເຫ້ວ. ກອງປະຊຸມໄດ້ກວດກາວິວັດການຮ່ວມມຶດ້ານວັດທະນະທຳໃນຂອບເຂດຂອງອາຊຽນ ແລະ ປຶກສາຫາລືກ່ຽວກັບບົດບາດຂອງວັດທະນະທຳ ແລະ ສິລະປະ, ໜູນຊ່ວຍຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ: ວິໄສທັດໜຶ່ງດຽວ - ສີສັນໜຶ່ງດຽວ - ປະຊາຄົມໜຶ່ງດຽວ. ບັນດາລັດຖະມົນຕີເຫັນດີເປັນເອກະສັນກ່ຽວກັບບົດບາດຂອງວັດທະນະທຳຄືດັ່ງເສົາຄ້ຳສຳ
ລັບການພັດທະນະຢ່າງໝັ້ນຄົງ ແລະ ເຫັນດີກ່ຽວກັບຄຳຖະແຫຼງ ເຮ້ວ ແລະ ບົດບາດຂອງວັດທະນະທຳສຳລັດການພັດທະນາຢ່າງໝັ້ນຄົງຂອງປະຊາຄົມ ອາຊຽນ… ທ່ານເລຂາທິການໃຫຍ່ ອາຊຽນ ເລມິງເຮືອງ ຖືວ່າ:
“ໃນການຮ່ວມມືດ້ານວັດທະນະທຳ, ອາຊຽນ ພວມຮ່ວມມືກ່ຽວກັບດ້ານອະນຸລັກຮັກສາບັນດາມໍລະດົກວັດທະນະທຳ, ໃນຈຳນວນມໍລະດົກໂລກ 33 ຢ່າງທີ່ໄດ້ຮັບການຮັບຮອງຈາກ UNESCO, ມີເຖີງ 21 ມໍລະດົກວັດທະນະທຳ. ທາງດ້ານເສດຖະກິດວັດທະນະທຳ ແລະ ມູນເຊື້ອຂອງບັນດາປະເທດ ອາຊຽນ ພວມແມ່ນປັດໃຈປະກອບສ່ວນເຂົ້າໃນການຊຸກຍູ້ການທ່ອງທ່ຽວ, ປະກອບສ່ວນເຂົ້າໃນການຊຸກຍູ້ເສດຖະກິດຂອງປະເທດຕ່າງໆ.”
ກອງປະຊູມໄດ້ເຫັນດີເປັນເອກະສັນຈັດຕັ້ງກອງປະຊູມລັດຖະມົນຕີຮັບຜິດຊອບ ວັດທະນະທຳ ແລະ ສິລະປະ ອາຊຽນ ຄັ້ງທີ 7 ປີ 2016 ຢູ່ ບຣູໄນ ດ້ວຍຫົວຂໍ້ວ່າ “ ວັດທະນະທຳເພື່ອການພັດທະນາຢ່າງໝັ້ນຄົງໃນອະນາຄົດຂອງ ອາຊຽນ .”