ພິທີອັດກອງປະຊຸມສຸດຍອດ ອາຊຽນ 25 ຈັດຕັ້ງໃນວັນທີ 13/11
(vovworld) - ຕອນບ່າຍວັນທີ 13/11, ທີ່ສູນກອງປະຊຸມສາກົນມຽນມາ ໄດ້ດຳເນີນພິທີອັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 25 ແລະ ບັນດາການພົບປະຂັ້ນສູງລະຫວ່າງອາຊຽນ ກັບຄູ່ຮ່ວມມື. ໃນຖະແໜງການຂອງປະທານກອງປະຊຸມສຸດຍອດອາຊຽນ-25 ຢັ້ງຢືນຄືນໃໝ່ວ່າ: ຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ ແລະ ສະຖຽນລະພາບ, ການຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນບົນທະເລຕາເວັນອອກ. ໃນຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ-25 ກໍ່ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບການບົນທະເລຕາເວັນອອກ, ຢືນຢັນຄືນໃໝ່ ບັນດາຄຳໝັ້ນສັນຍາຮ່ວມ ກ່ຽວກັບການຮັບປະກັນແກ້ໄຂບັນດາຄວາມຂັດແຍ້ງກັນດ້ວຍບັນດາສັນຕິວິທີທີ່ເໝາະສົມ ກັບບັນດາຫຼັກການທີ່ໄດ້ຮັບຮອງຂອງກົດໝາຍສາກົນ, ເຊິ່ງລວມມີ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ປະຕິບັດຄວາມລະງັບໃຈ ແລະ ບໍ່ໄດ້ມີບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຫຼືເປີດກ້ວາງ, ເພີ່ມທະວີຄວາມເຄັ່ງຕຶງໃນພາກພື້ນ. ຖະແຫຼງການສືບຕໍ່ເນັ້ນໜັກເຖິງ: ຄວາມສຳຄັນຂອງບັນດາຄຳໝັ້ນສັນຍາຮ່ວມຂອງບັນດາ ປະເທດສະມາຊິກອາຊຽນ ສຳລັບສັນຕິພາບ, ຄວາມສະຫງົບໃນການເດີນທະເລ ແລະ ຄວາມໄວ້ເນື້ອເຊື່ອໃຈຮ່ວມໃນພາກພື້ນ ແລະ ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງບັນດາເງື່ອນໄຂສະດວກໃຫ້ການແກ້ໄຂ ບັນດາຄວາມຂັດແຍ້ງກັນໂດຍສັນຕິພາບ.
ທີ່ພິທີອັດກອງປະຊຸມ, ມຽນມາ ປະເທດເຈົ້າພາບອາຊຽນ ປີ 2014, ໄດ້ມອບຖານະເປັນປະທານອາຊຽນ ປີ 2015 ໃຫ້ມາເລເຊຍ.