ອັດກອງປະຊຸມສຸດຍອດແມ່ຍິງ ທົ່ວໂລກຄັ້ງທີ 22

ອັດກອງປະຊຸມສຸດຍອດແມ່ຍິງ ທົ່ວໂລກຄັ້ງທີ 22 - ảnh 1

ທ່ານ​ນາງ Nguyen Thi Doan ​ເຂົ້າຢ້ຽມ​ຂ່ຳ​ນັບ​ປະທານາທິບໍດີ​ເກຼກ

(ພາບ:ຂ່າວສານ​ຫວຽດນາມ)

( vovworld ) -   ວັນ​ທີ 2/6, ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງທີ 22 ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ອາ​ແທນ ປະ​ເທດ​ເກຼກ ພາຍຫຼັງ​ດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ​ເປັນ​ເວລາ 3 ວັນ. ຄະນະ​ຜູ້​ແທນ​ຫວຽ​ດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ນຳ​ໜ້າ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວຂອງ​ກອງ​ປະຊຸມ​ຢ່າງ​ຕັ້ງໜ້າ. ການ​ນຳ​ລັດ,​ ລັດຖະບານ ​ແລະ ວິ​ສາ​ຫະກິດ​ກ່ວາ 800 ທ່ານ​ນາງ ທີ່​ມາ​ຈາກ 70 ປະ​ເທດ​ໃນ​ໂລກ​ໄດ້​ປຶກສາ​ຫາລື​ຢ່າງ​ຟົດ​ຟື້ນ​ກ່ຽວ​ກັບ​ຫຼາຍ​ຫົວຂໍ້​ສຳຄັນ​ຄື: ບັນດາ​ທ່າອຽງ​ພັດທະນາ​ໃຫ່ຍ​ໃນ​ພາກ​ພື້ນ ​ແລະ ໂລກ; ບົດບາດ​ຂອງ​ນັກທຸລະກິດ​ຍິງ​ຢູ່​ບັນດາ​ເຂດ​ເຕີບ​ໂຕ​ສູງ; ບົດຮຽນ​​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ພັດທະນາ​ວິ​ສາ​ຫະກິດ​ຂຽວ…

    ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ​ເກຼກ, ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເກຼກ. ​ໃນ​ໄລຍະ​ຢູ່​ຢ້ຍມຢາມ​ເກຼກ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​​ໄດ້​ໃຫ້ການ​ຕ້ອນຮັບ​ການ​ນຳ​ບໍລິສັດ Intralot, ບໍລິສັດ​ຂົນ​ສົ່ງ​ທາງ​ທະ​ເລ Anek Lines, ສຳນັກ​ຂ່າວສານ  SBC ​ແລະ ໜັງ​ສືພິມ Shipping Finance. ນະ​ພິທີ​ຕ້ອນຮັບ, ບັນດາ​ວິ​ສາ​ຫະກິດ​ເກຼກ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ງ​ຊ້ອນ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ ​ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ ຢາກ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ.

ຂ່າວ/ບົດ​ອື່ນ