(vovworld) – ວັນທີ 16/05, ແມ່ນມື້ເຮັດວຽກສຸດທ້າຍໃນຂອບເຂດກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 25, ຢູ່ນະຄອນ Sao Paulo, ປະເທດບຣາຊິນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມບັນດາວາລະປະຊຸມດ້ວຍຫົວຂໍ້ວ່າ: ກໍ່ສ້າງບັນດາພື້ນຖານເສດຖະກິດໃຫ້ວັດຖະນາຖາວອນ ແລະ ໝັ້ນຄົງ, ບົດບາດຂອງນ້ຳໃນການພັດທະນາເສດຖະກິດ, ເວທີປາໄສ CEO ກ່ຽວກັບການເພີ່ມທະວີທັກສະການຄຸ້ມຄອງ…
ທີ່ບັນດາກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ແບ່ງປັນບົດຮຽນຂອງຕົນກ່ຽວກັບການສ້າງນະໂຍບາຍ, ການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການສ້າງພື້ນຖານເສດຖະກິດຢ່າງໝັ້ນຄົງ, ຍຸດທະສາດເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນຕຳແໜ່ງຄຸ້ມຄອງ, ການນຳ, ບັນດານະໂຍບາຍໃຫ້ຄົນງານຍິງ. ບັນດານັກທຸລະກິດຍິງຫວຽດນາມ ໄດ້ແລກປ່ຽນຢ່າງຕັ້ງໜ້າກ່ຽວກັບການປະກອບສ່ວນຂອງແມ່ຍິງ ໃນການເຄື່ອນໄຫວຂອງວິສາຫະກິດ. ກອງປະຊຸມເຫັນດີເພີ່ມທະວີການຮ່ວມມືເພື່ອສົ່ງເສີມການປະກອບສ່ວນຢ່າງຕັ້ງໜ້າຂອງແມ່ຍິງໃນການດຳເນີນທຸລະກິດ ແລະ ໃນທຸກດ້ານຂອງຊີວິດສັງຄົມ.
ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຈະໄປຢ້ຽມຢາມ Bolivia ຢ່າງເປັນທາງການ ໃນລະຫວ່າງວັນທີ 18 – 19/05.