(vovworld) - ວາລະອັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ຈັດຕັ້ງໃນຕອນບ່າຍວັນທີ 28/11, ພາຍຫຼັງດຳເນີນມາເປັນເວລາກວ່າ 1 ເດືອນ. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ສຳຫຼວດກວດຄືນບາງເນື້ອໃນຕົ້ນຕໍຂອງກອງປະຊຸມ. ຕາມນັ້ນແລ້ວ, ສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບສະພາບເສດຖະກິດ - ສັງຄົມ ເພື່ອມີບັນດາລັດຖະນະໂຍບາຍທີ່ຖືກຕ້ອງເພື່ອພັດທະນາເສດຖະກິດ.
“ປີ 2015 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດ ໃນການປະຕິບັດບັນດາຕົວເລກຄາດໝາຍເຊິ່ງກອງປະຊຸມໃຫຍ່ພັກທົ່ວປະເທດຊຸດທີ 11 ແລະ ສະພາແຫ່ງຊາດຊຸດທີ 13 ໄດ້ຕົກລົງ. ໃນສະພາບການນັ້ນ, ສະພາແຫ່ງຊາດຮຽກຮ້ອງຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຜັນຂະຫຍາຍບັນດາບຸກທະລຸຍຸດທະສາດ ຢ່າງມີປະສິດທິຜົນ, ຍົກສູງປະສິດທິຜົນການລົງທຶນຂອງລັດ, ຍູ້ແຮງການປະຕິຮູບດ້ານການບໍລິຫານ, ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ “.
ພາບປະກອບ
ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 18 ສະບັບ, ມະຕິ 11 ສະບັບ ແລະ ໃຫ້ຄວາມເຫັນແກ່ຮ່າງກົດໝາຍອື່ນ 12 ສະບັບ. ກ່ຽວກັບການຕິດຕາມກວດກາ, ສະພາແຫ່ງຊາດດຳເນີນການຕິດຕາມກວດກາສູງສຸດຕາມຫົວເລື່ອງກ່ຽວກັບການສ້າງໂຄງປະກອບເສດຖະກິດໃນຂົງເຂດລົງທຶນຂອງລັດ, ລັດວິສາຫະກິດ ແລະ ລະບົບທະນາຄານ.
ສະພາແຫ່ງຊາດດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບ 50 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ຕີລາຄາສັງລວມກ່ຽວກັບກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ:
“ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13 ປະສົບຜົນສຳເລັດ, ສ້າງຄວາມປະທັບໃຈອັນດີງາມກ່ຽວກັບຄວາມສາມັກຄີ, ການເຮັດວຽກປະຊາທີປະໄຕ, ຄວາມເຄັ່ງຄັດໃນການຮັບເອົາຄວາມເຫັນປະກອບຂອງຜູ້ມີສິດເລືອກຕັ້ງ, ຂອງບັນດາສະມາຊິກສະພາແຫ່ງຊາດ. ສະພາແຫ່ງຊາດສະເໜີຄະນະປະຈຳສະພາແຫ່ງຊາດ, ລັດຖະບານ ແລະ ຂະແໜງການທຸກຂັ້ນ, ສ້າງລາຍການ, ແຜນການຜັນຂະຫຍາຍບັນດາມະຕິທີ່ກອງປະຊຸມຄັ້ງນີ້ຢ່າງມີປະສິດທິຜົນ. ປີ 2015 ແລະ ຊຸມປີຕໍ່ໜ້າ, ປະເທດຊາດຈະມີບັນດາກາລະໂອກາດໃໝ່. ດ້ວຍຄວາມເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂ້າພະເຈົ້າເຊື່ອໝັ້ນວ່າ, ພວກເຮົາຈະປະຕິບັດສຳເລັດບັນດາຄາດໝາຍທີ່ໄດ້ວາງອອກ ເພື່ອໃຫ້ປະເທດຊາດພັດທະນາຢ່າງໄວ ແລະ ໝັ້ນຄົງ“.
ແລະ ກໍ່ໃນຕອນບ່າຍວັນທີ 28/11, ສະພາແຫ່ງຊາດລົງມະຕິຮັບຮອງເອົາມະຕິສືບຕໍ່ຍົກສູງປະສິດທິຜົນກ່ຽວກັບການສ້າງໂຄງປະກອບເສດຖະກິດໃນຂົງເຂດລົງທຶນຂອງລັດ, ລັດວິສາຫະກິດ ແລະ ລະບົບທະນາຄານ; ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ; ມະຕິກ່ຽວກັບການປ່ຽນໃໝ່ລາຍການ, ປື້ມຕຳລາສຶກສາສາມັນ. ແລະ ຫ້ອງວ່າການສະພາແຫ່ງຊາດຈັດຕັ້ງການປະຊຸມຂ່າວສາກົນ ເພື່ອແຈ້ງໝາກຜົນ ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 13 .