ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: cand.com.vn)
ພາຍຫຼັງ 2 ມື້ແຫ່ງການເຮັດວຽກ, ວັນທີ 15/2, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອະນຸພາກພື້ນແມ່ນ້ຳຂອງ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ໄດ້ຮັບຮອງເອົາບັນດາຂໍ້ສະເໜີເພື່ອຍື່ນຕໍ່ກອງປະຊຸມຂັ້ນລັດຖະມົນຕີ ເຊິ່ງໄຂຂຶ້ນໃນວັນທີ 16/2. ກ່າວຄວາມເຫັນອັດກອງປະຊຸມ, ພົນຈັດຕະວາ ຫວູຮຸ່ງເວືອງ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງ ຕຳຫຼວດໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ຂັ້ນສູງ 6 ປະເທດ ອະນຸພາກພື້ນແມ່ນ້ຳຂອງ ໄດ້ກວດກາ ແລະ ຕີລາຄາໝາກຜົນ, ແບ່ງປັນບົດຮຽນໃນການປະຕິບັດແຜນການອະນຸພາກພື້ນແມ່ນ້ຳຂອງໄລຍະ 2 (2008-2010), ກໍ່ຄືປຶກສາຫາລື ແລະ ສ້າງສຳເລັດແຜນການໄລຍະ 3 (2012-2013) ດ້ວຍຫຼາຍຈຸດໃໝ່. ບັນດາຜູ້ແທນກໍ່ເຕື້ອງເຖິງເລື່ອງ ເພີ່ມຈຳນວນສະມາຊິກ, ເພີ່ມທະວີການເຈລະຈາ ແລະຕິດຕໍ່ພົວພັນໃນຂອບເຂດ ”ຂໍ້ລິເລີ່ມຮ່ວມມືຂັ້ນລັດຖະມົນຕີໃນການປ້ອງກັນ, ຕ້ານການຄ້າມະນຸດອະນຸພາກພື້ນແມ່ນ້ຳຂອງ ” ເຊິ່ງເອີ້ນຫຍໍ້ວ່າ COMMIT, ເພື່ອແນໃສ່ຮັບປະກັນລັກສະນະໝັ້ນຄົງຂອງຮູບແບບຮ່ວມມືນີ້. ພົນຈັດຕະວາ ຫວູຮຸ່ງເວືອງ, ເວົ້າວ່າ
“ຂ້າພະເຈົ້າຫວັງວ່າ: ໃນໄລຍະທີ່ຈະມາເຖິງ, ພວກເຮົາຈະສືບຕໍ່ສົມທົບກັນປະຕິບັດວິວັດການ COMMIT ເປັນຢ່າງດີ, ປະກອບສ່ວນຄວບຄຸມ ແລະ ຍູ້ອາດຊະຍາກຳການຄ້າມະນຸດໃຫ້ຖອຍໄປ ບໍ່ພຽງແຕ່ຢູ່ລະດັບພາກພື້ນເທົ່ານັ້ນ ຫາກຍັງຢູ່ແຕ່ລະປະເທດສະມາຊິກຂອງພວກເຮົາອີກດ້ວຍ. ຜ່ານກອງປະຊຸມຄັ້ງນີ້, ສະເໜີໃຫ້ບັນດາປະເທດ, ບັນດາອົງການສາກົນ, ບັນດານັກອຸປະຖຳບັນດາອົງການຈັດຕັ້ງສັງຄົມພົນລະເຮືອນສືບຕໍ່ຮ່ວມມື, ເອົາໃຈໃສ່, ສະຫງວນຄວາມຮັກແພງໃຫ້ແກ່ບັນດາປະເທດສະມາຊິກດ້ວຍບັນດາບົດຮຽນ ແລະ ການເງິນໃນການປ້ອງກັນ, ຕ້ານການຄ້າມະນຸດເວົ້າລວມ ແລະ ໃນການຈັດຕັ້ງຜັນຂະຫຍາຍການປະຕິບັດແຜນການ COMMIT ໄລຍະ 2011 - 2013”
ໃນຂອບເຂດກອງປະຊຸມຄັ້ງນີ້, ບັນດາອົງການສາກົນເຂົ້າຮ່ວມກອງປະຊຸມກໍ່ມີວາລະປຶກສາຫາລືສະເພາະກ່ຽວກັບບົດບາດຂອງວິສາຫະກິດໃນການຍົກສູງສະຕິໃນການນຳໃຊ້ຄົນງານຢ່າງຖືກຕ້ອງຕາມກົດໝາຍ, ປະກອບສ່ວນສະກັດກັ້ນໄພການຄ້າມະນຸດ.
ຢ້ຽວລີນ