ອັດງານປະພັນແກະຄວັດສະຫຼັກສາກົນນະຄອນໂຮ່ຈີມິນ

ອັດງານປະພັນແກະຄວັດສະຫຼັກສາກົນນະຄອນໂຮ່ຈີມິນ - ảnh 1
(ພາບປະກອບ)

(Vovworld)- ວັນ​ທີ 21/12, ຢູ່​ສວນສາທາລະນະລັດ​ປະຫວັດສາດ, ວັດທະນະທຳ - ຊົນ​ເຜົ່າ​ ຢູ່​ເມືອງ 9 ນະຄອນ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ແລະ ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ຈັດ​ຕັ້ງ​ພິທີ​ອັດ​ງານ​ປະພັນ​ ແກະ​ຄວັດ​ສະ​ຫຼັກ​ສາກົນ ນະຄອນ​ໂຮ່ຈີ​ມິນ ​ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ: “ ນະຄອນ​ໂຮ່ຈີ​ມິນ - 40 ປີ ​ແຫ່ງ​ການ​ສ້າງສາ, ພັດທະນາ ​ແລະ ​ເຊື່ອມ​ໂຍງ ”. ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ ​ແລະ ມອບ​ລາງວັນ​ໃຫ້​​ແກ່​ຮູ​ບ​ແກະ​ຄວັດ​ສະ​ລັກ​ທີ່​ດີ​ເດັ່ນ ​3 ຮູບ ລວມມີ: “ ການ​ເຊື່ອມ​ຕໍ່ “ ຂອງ​ວິຈິດ​ຕະກອນ ​​ໂດ​ເທ໋ທີ້ງ, “ ອາຊີບ​ຫາ​ປາ “ ຂອງ​ວິຈິດ​ຕະກອນ​ໂງ​ລ່ຽມ ​ແລະ “ ການ​ຄົ້ນຄວ້າ​ປັດ​ສະຍາ III ” ຂອງ​ວິຈິດ​ຕະກອນ Fabian Saeren ປະ​ເທດ​ແບນ​ຊິກ. ນອກ​ນັ້ນ, ຄະນະ​​ຈັດ​ຕັ້ງ ກໍ່​​ໄດ້​ມອບ​ລາງວັນ​ຊົມ​ເຊີຍ 4 ລາງວັນ​ໃຫ້​ບັນດາ​ວິຈິດ​ຕະກອນ.

         

ຂ່າວ/ບົດ​ອື່ນ