ອົດຕະລິດຮັບຮອງເອົາຮ່າງກົດໝາຍກ່ຽວກັບສາສະຫນາອິດສະລາມ

 ອົດຕະລິດຮັບຮອງເອົາຮ່າງກົດໝາຍກ່ຽວກັບສາສະຫນາອິດສະລາມ - ảnh 1
ພາບ​ປະ​ກອບ:vietnamplus.vn

(vovworld)- ​ວັນ​ທີ 25/2, ສະ​ພາ​ຕ່ຳ ອົດ​ຕະ​ລິດ ຮັບ​ຮ​ອງ​ເອົາ​ຮ່າງ​ກົດ​ໝາຍກ່ຽວ​ກັບ​ສາ​ສະ​ຫນາ​ອິດ​ສະ​ລາມ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ທ່າ​ອ່ຽງ​ຫົວ​ຮຸນ​ແຮງ​ໂດຍ​ຂະ​ຫນາມ​ນາມ​ສາ​ສະ​ຫນາ​ອິດ​ສະ​ລາມ ພ້ອມ​ທັງ​ສ້າງກອບ​ກົດ​ໝາຍ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ມຸດ​ສະ​ລິມ​ຢູ່​ທີ່ນີ້. ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ຖືກ​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື​, ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຢ່າງ​ກ້​ວາງ​ຂວາງ​ຢູ່ ອົດ​ຕະ​ລິດ ໃນ 3 ປີ​ຜ່ານ​ມາ ແລະ ອີງ​ໃສ່​ກົດ​ໝາຍ​ກ່ຽວ​ກັບ​ສາ​ສະ​ຫນາ​ອິດ​ສະ​ລາມ​ຊື່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເມື່ອ​ປີ 1912 ຢູ່​ປະ​ເທດນີ້. ຕາມນັ້ນ​ແລ້ວ, ບັນ​ດາ​ອົງ​ການ​ອິ​ດ​ສະ​ລາ​ມຢູ່ ອົດ​ຕະ​ລິດ ຈ​ະ​ໄດ້​ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຢ່າງ​ເປີດ​ເຜີຍ, ຖືກ​ກັບ​ກົດ​ໝາຍ ແລະ ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດ​ໝາຍ​ອົດ​ຕະ​ລິດ. ນອກນັ້ນ ອົດ​ຕະ​ລິດ​ຈະ​ຫນູ​ນ​ຊ່ວຍ​ບັນ​ດາ​ລາຍ​ການ​ບຳ​ລຸງ​ສ້າງ​ຂອງ​ຊາວ​ມຸດ​ສະ​ລິມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ມີ​ຂໍ້ມາດ​ຕາ​ ​ກໍ່​ຄວາມ​ຖົກ​ຖຽງກັນ ນັ້ນ​ແມ່ນ ຫ້າມ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ອົງ​ການ​ອິດ​ສະ​ລາມ ຢູ່ນອກ​ເຂດ​ດິນ​ແດນ ອົດ​ຕະ​ລິດ.

ຂ່າວ/ບົດ​ອື່ນ