ອັດຕາການສະໜັບສະໜູນປະທານາທິບໍດີຝລັ່ງຫຼຸດລົງຢ່າງແຮງ

(VOVWORLD) -ອັດຕາການສະໜັບສະໜູນທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຫຼຸດລົງຕ່ຳກວ່າ 50%, ເຊິ່ງແມ່ນລະດັບຕ່ຳສຸດນັບແຕ່ເດືອນ ຕຸລາ 2017 ໃນສະພາບການທີ່ລັດຖະບານຝລັ່ງ ພວມກະຕຸກຊຸກຍູ້ແຜນການປະຕິຮູບກົງຈັກບໍລິຫານທີ່ເຄີຍ “ໃຊ້ຈ່າຍ”  ງົບປະມານເປັນຈຳນວນຫຼາຍຂອງປະເທດນີ້.

ອັດຕາການສະໜັບສະໜູນປະທານາທິບໍດີຝລັ່ງຫຼຸດລົງຢ່າງແຮງ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ:  AFP/TTXVN)

ລະອຽດແມ່ນ, ຕາມໝາກຜົນການສຳຫຼວດຂອງໜັງສືພິມ Le Journal du Dimanche ປະກາດໃນວັນທີ 18 ກຸມພາ, ໄດ້ຊີ້ໃຫ້ເຫັນວ່າ, ມີພຽງ 44% ຈຳນວນພົນລະເມືອງ ຝລັ່ງ ຖືກຖາມ ຕ່າງກໍ່ມີຄວາມເພຶງພໍໃຈກັບວິທີບໍລິຫານຂອງປະທານາທິບໍດີ Macron.

        ອັດຕາການສະໜັບສະໜູນທ່ານ Macron ຖືກຫຼຸດລົງ ເມື່ອຕົ້ນເດືອນກຸມພາ, ລັດຖະບານຝລັ່ງ ປະກາດບັນດາແຜນການຫັນບັນດາສຳນັກງານໃນຂົງເຂດພາກລັດເປັນທັນສະໄໝ ເພື່ອຫຼຸດຜ່ອນລາຍຈ່າຍງົບປະມານ.

ຕອບກັບ

ຂ່າວ/ບົດ​ອື່ນ