ອັດລາຍການແນະນຳສິນຄ້າຫວຽດນາມ-ຄວາມເອກອ້າງທະນົງໃຈສິນຄ້າຫວຽດນາມ

ອັດລາຍການແນະນຳສິນຄ້າຫວຽດນາມ-ຄວາມເອກອ້າງທະນົງໃຈສິນຄ້າຫວຽດນາມ - ảnh 1
ອັດລາຍການແນະນຳສິນຄ້າຫວຽດນາມ-ຄວາມ
ເອກອ້າງທະນົງໃຈສິນຄ້າຫວຽດນາມ
(ພາບປະຊາຊົນ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 06/11 ຢູ່ ຮ່າ​ໂນ້ຍ, ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ອັດ​ລາຍການ​ແນະນຳສິນຄ້າ​ ຫວຽດນາມ - ຄວາມ​ເອກອ້າງ​ທະ​ນົງ​ໃຈ​ສິນຄ້າ ຫວຽດນາມ ປີ 2016. ​ໂດຍ​ຜ່ານ​ລາຍການ​ດັ່ງກ່າວ, ​ເປັນ​ຄັ້ງ​ທຳ​ອິດສານທີ່​ວ່າ “ຊາວ ຫວຽດນາມ ບຸລິມະສິດຊົມ​​ໃຊ້​ສິນຄ້າ ຫວຽດນາມ” ​ໄດ້​ສົ່ງ​ເຖິງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກນັບ​ລ້ານ​ຄົນ ​ໂດຍ​ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ທັນ​ສະ​ໄໝ…ລາຍການ​ໃນ​ປີ​ນີ້ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ແຂວງ, ນະຄ​​ອນ​ໃນ​ທົ່ວ​ປະ​ເທດ, ບັນດາ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ, ຮ້ານ​ຊັບ​ພະ​ສິນຄ້າ​ຫລາຍ​ຮ້ານ, ສູນ​ການ​ຄ້າ​ໃຫຍ່. ກ່າວ​ຄຳ​ເຫັນ​ທີ​ພິທີ​ອັດ, ທ່ານ ຮ່ວາງ​ກວກ​ເວື້ອງ ​ຮອງ​ລັດຖະມົນຕີກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ​ເນັ້ນ​ໜັກ​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ໃນ​ລາຍການ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແນະນຳ​ຮູບ​ພາບ​ຂອງ​ວິ​ສາ​ຫະກິດ, ຜະລິດ​ຕະພັນ, ການ​ບໍລິການ​ຂອງ​ຕົນ, ຜ່ານ​ນັ້ນ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ​ເປີດກ້ວາງ​ການ​ຕະຫລາດ​ເທື່ອ​ລະ​ກ້າວ. ລາຍກາ​ນ​ໄດ້ກໍ່ສ້າງ​ກາລະ​ໂອກາດ​ດີ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຫາ​ຄູ່​ຮ່ວມ​ມື, ລູກ​ຄ້າ ​ເພື່ອ​ສຳຜັດ​ເຕັກ​ໂນ​ໂລ​ຢີກ້າວໜ້າ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ບໍລິຫານ, ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ ​ແລະ ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ”

 

ຂ່າວ/ບົດ​ອື່ນ