(vovworld) – ພາຍຫຼັງເຮັດວຽກເປັນເວລາ 3 ວັນ, ຕອນເຊົ້າວັນທີ 09/03, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດວາລະປະຊຸມຄັ້ງທີ 46. ອາຍຸການຜ່ານມາ, ການເຄື່ອນໄຫວສ້າງລັດຖະທຳມະນູນ, ສ້າງກົດໝາຍບັນລຸໄດ້ຜົນງານພົ້ນເດັ່ນ, ຮັບຮອງເອົາລັດຖະທຳມະນູນສະບັບໃໝ່, ສ້າງລະບົບກົດໝາຍໃຫ້ສົມບູບແບບເທື່ອລະກ້າວ, ສ້າງກອບກົດໝາຍໃຫ້ການສ້າງ ແລະ ປັບປຸງພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ຮັບປະກັນສິດທິມະນຸດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ການເຄື່ອນໄຫວຕິດຕາມກວດກາ, ຊັກຖາມຂອງສະພາແຫ່ງຊາດໄດ້ຮັບການຈັດຕັ້ງຢ່າງເປີດເຜີຍ, ກະຈ່າງແຈ້ງ, ເຮັດໃຫ້ສະພາແຫ່ງຊາດໃກ້ສິດຕິດແທດກັບປະຊາຊົນກວ່າ. ພິເສດ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດໄດ້ດຳເນີນການຕິດຕາມກວດກາທົ່ວຊຸດຄືນໃໝ່, ຊັກຖາມຫົວໜ້າບັນດາອົງການແຫ່ງລັດໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການຕິດຕາມຫົວເລື່ອງສະເພາະ, ກ່ຽວກັບບັນຫາຊັກຖາມ ແລະ ຕອບຄຳຊັກຖາມນັບແຕ່ຕົ້ນອາຍຸການໂດຍກົງ.
ແລະກໍໃນອາຍຸການຄັ້ງນີ້, ເປັນຄັ້ງທຳອິດສະພາແຫ່ງຊາດໄດ້ຕາງໜ້າປະຊາຊົນໃນທົ່ວປະເທດ ປະຕິບັດສິດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ຕີລາຄາຄວາມໄວ້ເນື້ອເຊື່ອໃຈສຳລັບບັນດາຕຳແໜ່ງຫຼັກແຫຼ່ງໃນກົງຈັກລັດ. ເລື່ອງຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ແຜນການພັດທະນາເສດຖະກິດສັງຄົມ, ງົບປະມານຂອງລັດ ແລະ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ… ນັບມື້ນັບໄດ້ຮັບການປັບປຸງ, ແທ້ຈິງກວ່າ. ການພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ, ຜັນຂະຫຍາຍ ເປັນເຈົ້າການ, ຕັ້ງໜ້າ, ສົມທົບກັນຢ່າງຄົບຊຸດ, ນຳການທູດລັດຖະສະພາເຂົ້າສູ່ລວງເລິກ, ແທດຈິງກວ່າ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ບັນດາຜົນງານທີ່ບັນລຸໄດ້ໃນອາຍຸການສະພາແຫ່ງຊາດຊຸດທີ 13, ກ່ອນອື່ນໝົດແມ່ນຍ້ອນສະພາແຫ່ງຊາດນັບມື້ນັບປະຊາທິປະໄຕ, ໃກ້ສິດຕິດແທດກັບປະຊາຊົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກປະຊາຊົນກວ່າ.
“ຕ້ອງຢືນຢັນໄດ້ວ່າ, ປະຊາຊົນມີຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ, ປະກອບຄຳເຫັນ, ຕິດຕາມກວດກາ, ສະນັ້ນສະພາແຫ່ງຊາດຈຶງເຮັດວຽກເປັນຢ່າງດີ. ຍ້ອນພວກເຮົາຊາບຊຶມແນວຄິດນັ້ນຢ່າງເລິກເຊິ່ງ, ສະນັ້ນອາດເວົ້າໄດ້ວ່າ, ເມື່ອໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ໄດ້ຮັບຄຳເຫັນຈາກປະຊາຊົນໃນການພົວປະກັບຜູ້ມີສິດເລືອກຕັ້ງທຸກຄັ້ງນັ້ນ ຈະສ້າງເປັນກຳລັງແຮງໃຫ້ສະພາແຫ່ງຊາດ. ຈິດໃຈດັ່ງກ່າວ, ສິ່ງຍອດຍິ່ງນີ້ ແມ່ນບົດຮຽນທີ່ເລິກເຊິ່ງ”.
ແລະກໍໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ 13 ເຊິ່ງຈະໄຂຂຶ້ນໃນວັນທີ 21/03.