ອົດສຕາລີເລີ່ມປະຕິບັດໂຄງການຊ່ວຍເຫຼືອໂດຍກົງDAPໃຫ້ຫວຽດນາມ
14 ໂຄງການຊ່ວຍເຫຼືອໂດຍກົງຂອງລັດຖະບານ ອົດສຕາລີ (DAP)
ທີ່ສະຫງວນໃຫ້ບັນດາໂຄງການຢູ່ພາກກາງ ແລະ ພາກໃຕ້ ໃນປີ 2015
(ພາບ: vietluhanh.vn)
(vovworld) – ວັນທີ 7/9, ສະຖານກົງສູນໃຫຍ່ ອົດສຕາລີ ປະຈຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ສຳນັກງານແຫ່ງນີ້ ໄດ້ເລີ່ມຕົ້ນຮັບໃບສະເໜີ ໃຫ້ໂຄງການຊ່ວຍເຫຼືອໂດຍກົງຂອງລັດຖະບານ ອົດສຕາລີ (DAP) ທີ່ສະຫງວນໃຫ້ບັນດາໂຄງການຢູ່ພາກກາງ ແລະ ພາກໃຕ້ ຫວຽດນາມ ໃນປີ 2015 – 2016. ຄາດຄະເນຍອດມູນຄ່າໂຄງການ DAP ໂດຍສະຖານກົງສູນໃຫຍ່ ອົດສຕາລີ ປະຈຳນະຄອນ ໂຮ່ຈີມິນ ຈັດແບ່ງແມ່ນປະມານ 355.000 AUD. ຕາມສະຖານກົງສູນໃຫຍ່ ອົດສຕາລີ ປະຈຳນະຄອນ ໂຮ່ຈີມິນ ແລ້ວ ນີ້ແມ່ນທຶນຊ່ວຍເຫຼືອສະຫງວນໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານ, ກຸ່ມປະຊາຄົມ ແລະ ບັນດາອົງການຈັດຕັ້ງມະຫາຊົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກຳໄລອື່ໆ, ເພື່ອໃຫ້ພວກເຂົາສາມາດປະຕິບັດບັນດາໂຄງການພັດທະນາຂອບຂະໜາດນ້ອຍ, ມຸ່ງໄປເຖິງເປົ້າໝາຍແກ້ໄຂບັນດາຄວາມຫຍຸ້ງຍາກທີ່ມີລັກສະນະມະນຸດສະທຳ ແລະ ຊ່ວຍເຫຼືອພັດທະນາບັນດາປະຊາຄົມທີ່ດ້ວຍໂອກາດ.