ອົດສະຕາລີ ຫນູນຊ່ວຍໂຄງການປ່ຽນໃຫມ່,ການປະດິດຄິດສ້າງໃຫ້ແກ່ວິສາຫະກິດຂະຫນາດກາງ ແລະ ນ້ອຍຂອງຫວຽດນາມ

(VOVWORLD) -ບ້ວງເງິນລວມມູນຄ່າ 200.000 AUD ຊຶ່ງສະຫນອງໃນຂອບເຂດໂຄງການທົດລອງ

ລັດຖະບານ ອົດສະຕາລີ ຫາກໍ່ສະຫນອງບ້ວງເງິນອຸປະຖຳໃຫ້ກຸ່ມນັກຮຽນຮູ້ ຫວຽດນາມ ຢູ່ ມະຫາວິທະຍາໄລເຕັກໂນໂລຊີ Sydney (UTS) ເພື່ອປະຕິບັດໂຄງການເຊື່ອມຕໍ່ບັນດາກາລະໂອກາດປ່ຽນໃຫມ່ ປະດິດຄິດສ້າງ ລະຫວ່າງບັນດາວິສາຫະກິດ ຂະຫນາດກາງ ແລະ ນ້ອຍ (SME) ຂອງອົດສະຕາລີ ແລະ ຫວຽດນາມ. ບ້ວງເງິນລວມມູນຄ່າ 200.000 AUD ຊຶ່ງສະຫນອງໃນຂອບເຂດໂຄງການທົດລອງເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ ອົດສະຕາລີ ແລະ ຫວຽດນາມ (AVEG) ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ເພື່ອແນໃສ່ເພີ່ມທະວີດ້ານການຄ້າ ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ