ອົດສະຕາລີ, ອິນໂດເນເຊຍ ເຫັນດີສຳເລັດສັນຍາ IA-CEPA ໃນທ້າຍປີ 2017

(VOVWORLD) - ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ດຳ ເນີນຢູ່ Hamburg ປະເທດ ເຢຍລະມັນ, ວັນທີ 07 ກໍລະກົດ
ອົດສະຕາລີ, ອິນໂດເນເຊຍ ເຫັນດີສຳເລັດສັນຍາ IA-CEPA ໃນທ້າຍປີ 2017 - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: The Jakarta Post) 

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢັ້ງຢືນຄວາມຕັດສິນໃຈສຳເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອິນໂດເນເຊຍ - ອົດສະຕາລີ (IA - CEPA) ໃນທ້າຍປີນີ້, ຖືວ່າ ສັນຍານີ້ ກໍ່ຈະຊ່ວຍປັບປຸງສັນຍາການຄ້າເສລີທີ່ມີຢູ່ແລ້ວ ລະຫວ່າງ ອາຊຽນ - ອົດສະຕາລີ - ນິວຊີແລນ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອິນໂດເນເຊຍ - ອົດສະຕາລີ ກໍ່ໄດ້ຮັບຄວາມຫວັງວ່າ ຈະຍູ້ແຮງ ແລະ ເປີດກ້ວາງການພົວພັນຮ່ວມມື, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ພ້ອມທັງ ສ້າງປັດໄຈຫຼັກແຫຼ່ງໃຫ້ແກ່ການເຊື່ອມຕົວເຂົ້າກັບເສດຖະກິດພາກພື້ນຂອງ ອົດສະຕາລີ.

        ອິນໂດເນເຊຍ ແລະ ອົດສະຕາລີ ແມ່ນຄູ່ຮ່ວມມືຮອບດ້ານນັບແຕ່ປີ 2005. ປະຈຸບັນ ອິນໂດເນເຊຍ ແມ່ນຄູ່ຮ່ວມມືການຄ້າອັນດັບທີ 12 ແລະ ແມ່ນຕະຫລາດສົ່ງອອກອັນດັບ 11 ຂອງ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ