ອົດສະຕາລີ ເລີ່ມດຳເນີນການຊ້ອມຮົບຂອງທະຫານເຮືອສາກົນດ້ວຍຂະໜາດໃຫຍ່ສຸດ

(VOVWORLD) - ນີ້ແມ່ນຄັ້ງທຳອິດທີ່ ຈີນ ເຂົ້າຮ່ວມການຊ້ອມຮົບທະຫານເຮືອດ້ວຍຂອບຂະໜາດໃຫຍ່ສຸດຂອງ ອົດສະຕາລີ ນີ້
ອົດສະຕາລີ ເລີ່ມດຳເນີນການຊ້ອມຮົບຂອງທະຫານເຮືອສາກົນດ້ວຍຂະໜາດໃຫຍ່ສຸດ - ảnh 1 ພາບປະກອບ

ວັນທີ 31 ສິງຫາ, ການຊ້ອມຮົບທີ່ມີຊື່ວ່າ Kakadu ໂດຍ ອົດສະຕາລີ ຈັດຕັ້ງ, ໄດ້ເລີ່ມດຳເນີນຢູ່ນະຄອນທະເລ Darwin, ທາງພາກເໜືອຂອງປະເທດນີ້ດ້ວຍການເຂົ້າຮ່ວມຂອງນາຍທະຫານກ່ວາ 3.000 ຄົນ ແລະ ກຳລັງປ້ອງກັນຕົວຂອງ 27 ປະເທດ, ໃນນັ້ນມີ ອາເມລິກາ, ຍີ່ປຸ່ນ, ຈີນ. ນີ້ແມ່ນຄັ້ງທຳອິດທີ່ ຈີນ ເຂົ້າຮ່ວມການຊ້ອມຮົບທະຫານເຮືອດ້ວຍຂອບຂະໜາດໃຫຍ່ສຸດຂອງ ອົດສະຕາລີ ນີ້. ຕາມທ່ານ Christopher Pyne, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ແລ້ວ, ນີ້ແມ່ນການຊ້ອມຮົບມີຫຼາຍປະເທດເຂົ້າຮ່ວມທີ່ສຸດນັບແຕ່ກ່ອນມາ, ລວມມີ ບັນດາປະເທດຂຶ້ນກັບພາກພື້ນ ປາຊີຟິກຕາເວັນຕົກສ່ຽງໃຕ້, ອາຊີຕາເວັນອອກສ່ຽງໃຕ້… ທ່ານໃຫ້ຮູ້ວ່າ: ການຊ້ອມຮົບໄດ້ລະດົມການເຂົ້າຮ່ວມຂອງ ກ່ຳປັ່ນສູ້ຮົບ 23 ລຳ, ເຮືອບິນສູ້ຮົບ 21 ລຳ ແລະ ກ່ຳປັ່ນດຳນ້ຳ 1 ລຳ. ລາຍການຊ້ອມຮົບຈະດຳເນີນຢູ່ເຂດຝັ່ງທະເລ ແລະ ໃຕ້ນ້ຳດ້ວຍຈຸດປະສົງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຄູ່ຮ່ວມມືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ