ອົດສະຕາລີ ແລະ ອິນ​ເດຍ ຊຸກ​ຍູ້​ການ​ຮ່ວມ​ມືດ້ານປ້ອງ​ກັນ​ຊາດ

(VOVWORLD) -ຂໍ້ຕົກລົງໄດ້ສ້າງຂອບເຂດທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ບັນດາອົງການປ້ອງກັນຊາດ ອົດສະຕາລີ ແລະ ອິນເດຍ ເພີ່ມທະວີການຮ່ວມມືຄົ້ນຄວ້າ ແລະ ພັດທະນາຄວາມອາດສາມາດໃນການປົກປັກຮັກສາ
ອົດສະຕາລີ ແລະ ອິນ​ເດຍ ຊຸກ​ຍູ້​ການ​ຮ່ວມ​ມືດ້ານປ້ອງ​ກັນ​ຊາດ - ảnh 1

ທ່ານ Scott Morrison ນາຍົກລັດຖະມົນຕີ ອົດສະຕາລີ ມີການເຈລະຈາທາງອອນລາຍກັບທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ (ພາບ: Alex Ellinghausen)

ອົດສະຕາລີ ແລະ ອິນເດຍ ຫາກໍ່ສ້າງຂໍ້ຕົກລົງ 2 ສະບັບກ່ຽວກັບວຽກງານປ້ອງກັນຊາດມີລັກສະນະເປັນບາດລ້ຽວໃນຂອບເຂດສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອົດສະຕາລີ ແລະ ອິນເດຍ ເຊິ່ງລັດຖະມົນຕີສອງທ່ານຫາກໍ່ປະກາດໃນວັນທີ 05 ມິຖຸນາ. ລວມມີ: ຂໍ້ຕົກລົງໜູນຊ່ວຍດ້ານພະລາທິການລະຫວ່າງ ອົດສະຕາລີ ແລະ ອິນເດຍ ແລະ ຂໍ້ຕົກລົງຜັນຂະຫຍາຍ ວິທະຍາສາດ ແລະ ເຕັກໂນໂລຢີປ້ອງກັນຊາດ, ແນໃສ່ສ້າງຂອບເຂດໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ຂໍ້ຕົກລົງໄດ້ສ້າງຂອບເຂດທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ບັນດາອົງການປ້ອງກັນຊາດ ອົດສະຕາລີ ແລະ ອິນເດຍ ເພີ່ມທະວີການຮ່ວມມືຄົ້ນຄວ້າ ແລະ ພັດທະນາຄວາມອາດສາມາດໃນການປົກປັກຮັກສາ, ຜ່ານນັ້ນຊ່ວຍໃຫ້ຮັກສາທ່າໄດ້ປຽບທາງດ້ານເຕັກໂນໂລຢີຂອງສອງປະເທດໃນໄລຍະທີ່ມີການປ່ຽນແປງຢ່າງໄວວາ ແລະ ບັນດາໄພນາບຂູ່ທີ່ນັບມື້ນັບເພື່ອຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ