ອົດສະຕາລີຄວນແຈ້ງຂ່າວພາວະວິໄສ, ຖືກຕ້ອງຕາມຄວາມຈິງກ່ຽວກັບ ຄະດີພິມເງິນທະນາບັດ Polymer

ອົດສະຕາລີຄວນແຈ້ງຂ່າວພາວະວິໄສ, ຖືກຕ້ອງຕາມຄວາມຈິງກ່ຽວກັບ ຄະດີພິມເງິນທະນາບັດ Polymer - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ

(vovworld)- ຕໍ່ໜ້າ​ເລື່ອງ​ວັນ​ທີ 19/6/2014, ສານ​ສູງ​ສຸດ​ລັດ Victoria, ປະ​ເທດ​ອົ​ດສະ​ຕາ​ລີ ​ໄດ້​ປະກາດ​ໃຊ້​ຄຳ​ສັ່ງ​ກວດກາ​ທີ່​ກ່ຽວຂ້ອງ​ເຖິງ​ຄະດີ​ພິມ​ເງິນ​ທະ​ນາ​ບັດ Polymer ຊຶ່ງ​ໄດ້​ກ່າວ​ເຖິງ​ຊື່​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບາງ​ທ່ານ​ຂອງ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ, ວັນ​ທີ 8/8/2014, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ : ພາຍຫຼັງ​ທີ່​ມີ​ຂ່າວ​ກ່ຽວ​ກັບ​ການກ່າວ​ຫາທີ່​ກ່ຽວຂ້ອງ​ເຖິງ​ສັນຍາ ພິມ​ເງິນ​ທະ​ນາ​ບັດ Polymer, ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຂອງ​ຫວຽດນາມ​ໄດ້​ສົມທົບ​ກັບ​ຝ່າຍ ອົ​ດສະ​ຕາ​ລີ ດຳ​ເນີນ​ການ​ສືບສວນ​ຢ່າງ​ເຄັ່ງ​ຄັດ ​ແລະ ບໍ່​ກວດ​ພົບ​ຂໍ້​ມູນ, ​ເອກະສານ, ຫຼັກ​ຖານ​ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ​ຂອງ​ບັນດາ​ເຈົ້າ​ໜ້າທີ່ຫວຽດນາມ. ຫວຽດນາມ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ນີ້​ຂອງ ສານ​ສູງ​ສຸດ​ລັດ Victoria ​ແລະ ສະ​ເໜີ​ຝ່າຍ​ອົ​ດສະ​ຕາ​ລີຈົ່ງ​ອະທິບາຍ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄຳ​ສັ່ງ​ກວດກາ​ນີ້ ​ແລະ ​ແຈ້ງ​ຂ່າວ​ພາວະ​ວິ​ໄສ ​ເປີດ​ເຜີຍ​ກ່ຽວ​ກັບ​ກໍລະນີ​ນີ້. 

ຂ່າວ/ບົດ​ອື່ນ