ທ່ານ John McAnulty
(ພາບປະກອບຈາກ nongnghiep.vn)
|
(vovworld) – ວັນທີ 7/1, ສະຖານກົງສູນໃຫຍ່ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເຊັນໂຄງການຊ່ວຍເຫຼືອເງິນຈຳນວນກ່ວາ 260.000 ໂດລາອົດສະຕາລີ (ປະມານ 4,4 ຕື້ດົ່ງ) ໃຫ້ແກ່ 14 ໂຄງການຢູ່ 11 ແຂວງ, ນະຄອນພາກກາງ ແລະ ພາກໃຕ້ ຫວຽດນາມ. ບັນດາໂຄງການໄດ້ຮັບການເລືອກເຟັ້ນເພື່ອຮັບການຊ່ວຍເຫຼືອໃນໄລຍະ 2 ປີ 2014 – 2015 ຂຶ້ນກັບຫຼາຍຂົງເຂດຈາກການເບິ່ງແຍງສຸຂະພາບວົງຄະນະຍາດຕະຫຼອດຮອດບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອບຂະໜາດນ້ອຍຢູ່ບັນດາແຂວງ. ກ່າວຄຳເຫັນທີ່ພິທີ, ທ່ານ John McAnulty, ຫົວໜ້າສະຖານກົງສູນໃຫຍ່ ອົດສະຕາລີ ປະຈຳນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ມີຫຼາຍໂຄງການ DAP ໄດ້ຜັນຂະຫຍາຍຈາກພາກກາງລົງຮອດພາກໃຕ້ ຫວຽດນາມ ໃນຕະຫຼອດ 3 ປີຜ່ານມາ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້.