(vovworld) - ວັນທີ 14/3, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງສ້າງລັດຖະບານສຳພັນທະມິດໃໝ່ ຢູ່ປະເທດນີ້. ຕາມນັ້ນແລ້ວ, ພັນທະມິດຝ່າຍຂວາ Likud – Beitenu ຂອງນາຍົກລັດຖະມົນຕີ Benjamin Netanyahu ຈະຮ່ວມສຳພັນກັບພັກ Yesh Atid ຕາມແນວທາງເປັນກາງ ແລະ ພັກຊາຍຄາ ຊາວຢິວ ຫົວຮຸນແຮງພ້ອມກັບຝ່າຍໜຶ່ງຂອງອະດິດລັດຖະມົນຕີ ການຕ່າງປະເທດ Tzipi Livni. ລັດຖະບານໃໝ່ ຂອງ ອິດສະຣາແອນ ອາດຈະຮັບດຳລົງຕຳແໜ່ງໃນອາທິດໜ້າ. ລັດຖະບານໃໝ່ຈະມີທ່າອ່ຽງ ໄປຕາມຝ່າຍຂວາທັງດ້ານການເມືອງ ແລະ ເສດຖະກິດ, ເມື່ອບຸກຄົນຈຳນວນໜຶ່ງໄດ້ຮັບຜິດຊອບໜ້າທີ່ສຳຄັນທີ່ກ່ຽວຂ້ອງເຖິງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ.