ອິດສະຣາແອນ ແລະ ບັນດາປະເທດ ອີຢູ ເປັນເອກະພາບກໍ່ສ້າງທໍ່ສົ່ງອາຍແກັດໃຕ້ທະເລຍາວສຸດໃນໂລກ

ອິດສະຣາແອນ ແລະ ບັນດາປະເທດ ອີຢູ ເປັນເອກະພາບກໍ່ສ້າງທໍ່ສົ່ງອາຍແກັດໃຕ້ທະເລຍາວສຸດໃນໂລກ - ảnh 1
(ພາບ​ປະ​ກອບ​ຈາກ presstv.ir)

(vovworld) - ອິດ​ສະ​ຣາ​ແອນ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ເຊິ່ງ​ລວມ​ມີ: ອີ​ຕາ​ລີ, ເກຼັກ ແລະ ໄຊ​ປັ​ຣດ ເຫັນ​ດີ​ກ່ຽວ​ກັບ​ແຜນ​ການກໍ່​ສ້າງ​ທໍ່​ສົ່ງ​ອາຍ​ແກັດ​ໃຕ້​ທະ​ເລ​ຍາວ​ສຸດ​ໃນ​ໂລກ, ຈາກ​ເຂດ​​ທາງ​ທິດຕາ​ເວັນ​ອອກ​ຂອງທະ​ເລ ເມ​ດີ​ເຕ​ຣາ​ເນ ເຖິງ​​ເຂດ​ທາງ​ທິດ​ໃຕ້​ຂອງ​ເອີ​ລົບ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໂຄງ​ການ​ເຕັມ​ໄປ​ດ້ວຍ​ຄວາມໝັກ​ໃຫຍ່​ໄຝ່​ສູງ ເພື່ອ​ແນ​ໃສ່​ແກ້​ໄຂ​ສະ​ພາບ​ການ​ຂາດ​ແຄນ​ອາຍ​ແກ​ັດ​ໃນ​ລະ​ດູ​ໜາວ​ຢູ່​ເອີ​ລົບ ແລະ ຫລຸດ​ຜ່ອນ​ການ​ອີງ​ໃສ່​​ແຫຼ່ງ​ອາຍ​ແກັດ​ຈາກ ລັດ​ເຊຍ. ຖະ​ແຫຼງ​ການນີ້​ໄດ້​ຍົກ​ອອກ​ມາ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ຢູ່​ນະ​ຄອນ Tel Aviv ໃນ​ວັນ​ທີ 3/4 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະມົນ​ຕີ​ກະ​ຊວງ​ພະ​ລັງ​ງານ 4 ປະ​ເທດ​ດັ່ງ​ກ່າວ ແລະ ທ່ານ Miguel Arias Canete, ກຳ​ມະ​ກ​ານ​ຮັບ​ຜິດ​ຊອບ​ບັນ​ຫາ​ການ​ກະ​ທ​ຳ​ດ້ານ​ດິນ​ຟ້າ​ອາ​ກາດ ແລະ ພະ​ລັງ​ງານ​ຂອງ​ສະ​ຫະ​ພາບ​ເອີ​ລົບ.


ຂ່າວ/ບົດ​ອື່ນ