ອິດສະຣາແອນຖະແຫຼງເປີດກ້ວາງການບຸກໂຈມຕີທາງບົກຢຸ່ເຂດກາຊາ
ທະຫານ ອິດສະຣາແອນ ຍິງຢືນໃຫຍ່ເຂົ້າເຂດ ກາຊາ
(ພາບ: ສຳນັກຂ່າວສານ ຮວາຕູງ/TTXVN)
(vovworld) – ວັນທີ 20/7, ກອງທັບ ອິດສະຣາແອນ ຖະແຫຼງຈະເປີດກ້ວາງບັ້ນບຸກໂຈມຕີທາງບົກແນໃສ່ເຂດ ກາຊາ, ໃນສະພາບການປະທະກັນນອງເລືອດທີ່ສຸດນັບແຕ່ປີ 2009 ນີ້ໄດ້ກ້າວເຂົ້າສູ່ມື້ທີ 13, ຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງ 360 ຄົນ.
ຖະແຫຼງການຂອງກອງທັບ ອິດສະຣາແອນ ຊີ້ແຈ້ງວ່າ: “ຕອນຄຳ່ວັນທີ 20/7, ບັ້ນຮົບປົກປັກຮັກສາເຂດຊາຍແດນຈະໄດ້ຮັບການເປີດກ້ວາງ, ກຳລັງເພີ່ມເຕີມຈະເຂົ້າຮ່ວມການຕໍ່ສູ້ຕ້ານກໍ່ການຮ້າຍຢູ່ເຂດ ກາຊາ ເພື່ອໃຫ້ປະຊາຊົນ ອິດສະຣາແອນ ອາດຈະດຳລົງຊີວິດຢ່າງປອດໄພ.”
ໃນຂະນະນັ້ນ, ການແຫ່ຂະບວນປະທ້ວງຄັດຄ້ານ ອິດສະຣາແອນ ໄດ້ແຜ່ລາມອອກຢ່າງກ້ວາງຂວາງຢູ່ຫຼາຍປະເທດ. ວັນທີ 19/7, ບາງເຂດຢູ່ນະຄອນ ລອນດອນ, ປະເທດ ອັງກິດຖືກຕິດຂັດ ເມື່ອຜູ້ສະໜັບສະໜູນ ປາແລດສະຕີນ ນັບພັນຄົນໄດ້ແຫ່ຂະບວນຄັດຄ້ານບັ້ນບຸກໂຈມຕີຂອງອິດສະຣາແອນ ຢູ່ເຂດກາຊາ.ໃນຂະນະນັ້ນ, ການແຫ່ຂະບວນຢູ່ ປາຣີ ໄດ້ ກາຍເປັນການໃຊ້ຄວາມຮຸນແຮງ. ນອກຈາກນັ້ນ, ການແຫ່ຂະບວນຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ກໍ່ໄດ້ດຳເນີນຢູ່ສະຖານທີ່ບາງແຫ່ງຢູ່ ຝຣັ່ງ, ແບນຊິກ ແລະ ຈີເລ.