ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ​ກໍ່​ສ້າງ ອິນ​ເດຍ ແລະ ຫວຽດ​ນາມ ສາ​ມາດເພີ່ມ​ເຕີມ​​ໃຫ້​ແກ່​ກັນກັນ

(VOVWORLD) -ກອງປະຊຸມສຳມະນາແມ່ນກາລະໂອກາດເພື່ອເຊື່ອມຕໍ່ບັນດາວິສາຫະກິດ, ສະຫະສະມາຄົມກໍ່ສ້າງ ແລະ ຜະລິດວັດສະດຸອິນເດຍ, ບັນດາຮາກຖານການສຶກສາ ກ່ຽວກັບອາຊີບກໍ່ສ້າງຂອງ ອິນເດຍກັບບັນດາຄູ່ຮ່ວມມືຫວຽດນາມ ໃນເງື່ອນໄຂໂລກລະບາດໂຄວິດ - 19 ຍັງກີດຂວາງການຮ່ວມມື, ແລກປ່ຽນການຄ້າ.
ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ​ກໍ່​ສ້າງ ອິນ​ເດຍ ແລະ ຫວຽດ​ນາມ ສາ​ມາດເພີ່ມ​ເຕີມ​​ໃຫ້​ແກ່​ກັນກັນ - ảnh 1ອງປະຊຸມສຳມະນາທາງອອນລາຍ “ຂຸດຄົ້ນຄວາມສາມາດບົ່ມຊ້ອນການເຕີບໂຕສູງໃນຂະແໜງກໍ່ສ້າງ ແລະ ວັດສະດຸກໍ່ສ້າງຢູ່ ຫວຽດນາມ” 

ຫວຽດນາມ ແລະ ອິນເດຍມີທ່າແຮງຫຼາຍຢ່າງໃນຂົງເຂດກໍ່ສ້າງ, ຜະລິດວັດສະດຸ ແລະ ບຳລຸງສ້າງອາຊີບກໍ່ສ້າງ ສາມາດເພີ່ມເຕີມໃຫ້ແກ່ກັນ. ຕະຫຼາດສອງປະເທດກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການແລກປ່ຽນການຄ້າ ໃນຂົງເຂດນີ້. ນີ້ແມ່ນເນື້ອໃນທີ່ໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ວ່າ: “ຂຸດຄົ້ນຄວາມສາມາດບົ່ມຊ້ອນການເຕີບໂຕສູງໃນຂະແໜງກໍ່ສ້າງ ແລະ ວັດສະດຸກໍ່ສ້າງຢູ່ ຫວຽດນາມ” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 26 ພະຈິກ.

ກອງປະຊຸມສຳມະນາແມ່ນກາລະໂອກາດເພື່ອເຊື່ອມຕໍ່ບັນດາວິສາຫະກິດ, ສະຫະສະມາຄົມກໍ່ສ້າງ ແລະ ຜະລິດວັດສະດຸອິນເດຍ, ບັນດາຮາກຖານການສຶກສາ ກ່ຽວກັບອາຊີບກໍ່ສ້າງຂອງ ອິນເດຍກັບບັນດາຄູ່ຮ່ວມມືຫວຽດນາມ ໃນເງື່ອນໄຂໂລກລະບາດໂຄວິດ - 19 ຍັງກີດຂວາງການຮ່ວມມື, ແລກປ່ຽນການຄ້າ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂດແທັງຫ໋າຍ, ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ສະເໜີໂດຍຫຍໍ້ກ່ຽວກັບຂະແໜງກໍ່ສ້າງ ແລະ ຜະລິດວັດສະດຸຢູ່ ຫວຽດນາມ.  ຫວຽດນາມໄດ້ສຸມໃສ່ສ້າງຍຸດທະສາດພັດທະນາວັດສະດຸກໍ່ສ້າງ ຫວຽດນາມ ໄລຍະ 2021 – 2030 ແລະ ກຳນົດທິດຮອດປີ 2050 ດ້ວຍທັດສະນະພັດທະນາຂະແໜງນີ້ແບບຍືນຍົງ, ນຳໃຊ້ວິທະຍາສາດເຕັກໂນໂລຢີໃໝ່ເຂົ້າໃນການຜະລິດວັດສະດຸ, ປະຢັດຊັບພະຍາກອນບໍ່ແຮ່.

ຟານຕຸ່ງ, ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ