ອີຕາລີ ກຳນົດວັນຈັດ ການເລືອກຕັ້ງທົ່ວປະເທດ

ອີຕາລີ ກຳນົດວັນຈັດ ການເລືອກຕັ້ງທົ່ວປະເທດ - ảnh 1
ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ Mario Monti
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) -  ລັດຖະບານ​ຊົ່ວຄາວຂອງ ອີຕາ​ລີ ຫາກໍ່ຖະ​ແຫຼ​ງ​​ໃຫ້​ຮູ້​ວ່າ: ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຢູ່ ອີຕາ​ລີ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນໃນ​ວັນ​ທີ 24 – 25/2/2013. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຖືກຍົກ​ອອກ​ມາ​ພາຍຫຼັງ​ທີ່​ທ່ານ​ປະທານາທິບໍດີ ອີຕາ​ລີ Giorgio Napolitano ຍົກ​​ເລີກ​ສະພາ​ແຫ່ງ​ຊາດ ​ໃນ​ຂະນະ​ນັ້ນ​ມີ​ການຊ່າ​ລື​​ວ່າ: ທ່ານ​ນາຍົກລັດຖະມົນຕີຊ່ົວຄາວ Mario Monti ອາດ​ຈະ​ເຂົ້າ​ຮ່ວມ​ການ​ຊ່ວງຊ່ວງເສັງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ວັນ​ທີ 23/12, ​ໂດຍ​ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ທ້າຍ​ປີ ທີ່​ສະຫຼຸບ 13​ເດືອນ​ນຳພາ​ຂອງ​ລັດຖະບານ. ທ່ານ​ນາຍົກ​ລັດ​ລັະມົນຕີ​ຊົ່ວຄາວ Mario Monti ​ໃຫ້​ຮູ້​ວ່າ: ທ່ານ​ອາດ​ຈະອອກ​ສະໝັກກ​ຮັບ​ເລ​ື​ອກຕັ້ງ​​ເປັນນາຍົກ​ລັດຖະມົນຕີຄັ້ງ​ໃໝ່. ທ່ານ​ກໍ່​ຖະ​ແຫຼ​ງວ່າ​ຈະ​ບໍ່​ສະໜັບສະໜູນ​ກຳລັງ​ການ​ເມືອງ​ໃດໆ, ​ແຕ່​ວ່າ​ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ສະໜັບສະໜູນ​ລັດຖະບານ​​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ ອີຕາ​ລີ. ທ່ານ Mario Monti ​ໃຫ້​ຮູ້​ວ່າ: ​ເພື່ອ​ສືບ​ຕໍ່​​ການ​ປະຕິ​ຮູບ ຈຳ​ເປັນ​ຕ້ອງ​ມີ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ ​ແລະ ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງ​ບັນດາ​ພັນທະ​ມິດ​ການ​ເມືອງ.
ຂ່າວ/ບົດ​ອື່ນ