ອີຕາລີ ສະໜັບສະໜູນເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ ອີຢູ ຢ່າງແຮງ

(VOVWORLD) - ຢູ່ທີ່ນີ້, ການນຳ ຢູແກຼນ ໄດ້ຮັບບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນ ແລະ ທະຫານໂດຍບໍ່ກຳນົດຂອບເຂດ, ກໍຄືການສະໜັບສະໜູນຢ່າງແຮງກວ່າໃຫ້ແກ່ເປົ້າໝາຍເຂົ້າເປັນສະມາຊິກສະຫະພາບເອີລົບ (ອີຢູ).
ອີຕາລີ ສະໜັບສະໜູນເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ ອີຢູ ຢ່າງແຮງ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານນາງນາຍົກລັດຖະມົນຕີ ອີຕາລີ Giorgia Meloni
(ພາບ: AP)

ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ໄປນະຄອນນະຄອນຫຼວງ ຣົມ, ປະເທດ ອີຕາລີ ແລະ ໄດ້ພົບປະກັບວົງການການນຳ ອີຕາລີ. ຢູ່ທີ່ນີ້, ການນຳ ຢູແກຼນ ໄດ້ຮັບບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການເງິນ ແລະ ທະຫານໂດຍບໍ່ກຳນົດຂອບເຂດ, ກໍຄືການສະໜັບສະໜູນຢ່າງແຮງກວ່າໃຫ້ແກ່ເປົ້າໝາຍເຂົ້າເປັນສະມາຊິກສະຫະພາບເອີລົບ (ອີຢູ).

ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມກັບທ່ານ Zelensky, ພາຍຫຼັງການເຈລະຈາ 2 ຝ່າຍ, ທ່ານນາງນາຍົກລັດຖະມົນຕີ ອີຕາລີ Giorgia Meloni, ໄດ້ຢືນຢັນຄຳໝັ້ນສັນຍາຄືນໃໝ່ ການສະໜັບສະໜູນຄວາມປາດຖະໜາຂອງ ຢູແກຼນ ຢາກເຂົ້າເປັນສະມາຊິກຂອງ ອີຢູ, ໃສ່ໃຈວ່າ ຢູແກຼນ ພວມດຳເນີນບັນດາການປະຕິຮູບທີ່ຈຳເປັນ ໂດຍບໍ່ຫົວຊາຕໍ່ສົງຄາມ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 13 ພຶດສະພາ, ກະຊວງປ້ອງກັນປະເທດ ເຢຍລະມັນ ຢັ້ງຢືນວ່າຈະສະໜອງບ້ວງເງິນດ້ານອາວຸດທະຫານທີ່ມີມູນຄ່າ 2,7 ຕື້ເອີໂລ ໃຫ້ແກ່ ຢູແກຼນ ໃນຊຸມອາທິດ ແລະ ເດືອນຈະມາເຖິງນີ້. ບ້ວງເງິນໜູນຊ່ວຍລວມທັງອາວຸດຫຼາຍປະເພດ, ຄື: ລະບົບປ້ອງກັນທັນສະໄໝ, ລົດຖັງ, ລົດຫຸ້ມເກາະ, ພ້ອມກັບອຸປະກອນຕ່າງໆ. ໃນຂະນະນັ້ນ, ທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະຫານສູນກາງ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7), ຈັດຂຶ້ນຢູ່ປະເທດ ຍີ່ປຸ່ນ ໄດ້ຮັບຮອງເອົາບ້ວງເງິນໜູນຊ່ວຍການເງິນ ແລະ ເສດຖະກິດທີ່ມີມຸນຄ່າ 44 ຕື້ USD ໃຫ້ແກ່ ຢູແກຼນ ໃນປີ 2023 ແລະ ຕົ້ນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ