ອິນເດຍ, ຝລັ່ງ ຈັດຕັ້ງການເຈລະຈາດ້ານປ້ອງກັນປະເທດປະຈຳປີ

(VOVWORLD) - ຖະແຫຼງການຂອງກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດຈະດຳເນີນການປຶກສາຫາລືກ່ຽວກັບທຸກໆແງ່ມູມຂອງການຮ່ວມມືດ້ານປ້ອງກັນປະເທດ, ເຊິ່ງລວມມີບັນດາການພົວພັນດ້ານປ້ອງກັນປະເທດ...
ອິນເດຍ, ຝລັ່ງ ຈັດຕັ້ງການເຈລະຈາດ້ານປ້ອງກັນປະເທດປະຈຳປີ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Rajnath Singh 
(ພາບ:Tribune)

ອິນເດຍ ແລະ ຝລັ່ງ ຈະຈັດການເຈລະຈາດ້ານປ້ອງກັນປະເທດປະຈຳປີຄັ້ງທີ 4 ຢູ່ນະຄອນຫຼວງ ນິວເດລີ, ປະເທດອິນເດຍ ໃນອາທິດໜ້າ. ການເຈລະຈາໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Rajnath Singh ແລະ ຄູ່ຕຳແໜ່ງ Sebastien Lecornu  ຝລັ່ງ ເປັນປະທານ.

          ຖະແຫຼງການຂອງກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດຈະດຳເນີນການປຶກສາຫາລືກ່ຽວກັບທຸກໆແງ່ມູມຂອງການຮ່ວມມືດ້ານປ້ອງກັນປະເທດ, ເຊິ່ງລວມມີບັນດາການພົວພັນດ້ານປ້ອງກັນປະເທດ, ຕ້ານການກໍ່ການຮ້າຍ, ປ້ອງກັນຄວາມສະຫງົບໃນການເດີນເຮືອຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ບັນດາການເຄື່ອນໄຫວອຸດສາຫະກຳ ແລະ ການພົວພັນຄູ່ຮ່ວມມືເຕັກໂນໂລຊີທີ່ເໝາະສົມກັບນະໂຍບາຍ “ອິນເດຍ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

          ການຢ້ຽມຢາມ ແລະ ເຮັດວຽກຢູ່ອິນເດຍຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu ຈະຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຝລັ່ງຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ແລະ ບົດບາດໃຈກາງຂອງ ອິນເດຍ ໃນຍຸດທະສາດຂອງ ຝລັ່ງ ຕໍ່ພາກພື້ນ. ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດຜ່ານບັນດາການຊ້ອມຮົບຮ່ວມຂອງກອງທັບອາກາດ, ກອງທັບເຮືອ ແລະ ກອງທັບບົກ.

ຕອບກັບ

ຂ່າວ/ບົດ​ອື່ນ