ອິນເດຍ ຢັ້ງຢືນການ ພົວພັນມິດຕະພາບ ກັບອາເມລິກາ

ອິນເດຍ ຢັ້ງຢືນການ ພົວພັນມິດຕະພາບ ກັບອາເມລິກາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid
(ພາບ: AFP)


(vovworld) – ລັດ​ຖະບານ ອິນ​ເດຍ ຢາກ​ຮັບປະກັນ​ວ່າ: ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່ກ່ຽວ​ຂ້ອງ​ເຖິງ​​ເຫດການ​ອົງການ​ກ່ຽວຂ້ອງ​ຂອງ ອາ​ເມ​ລິ​ກາ ​ໄດ້ຈັບ​ຕົວ​​ເຈົ້າ​ໜ້າ​ທີ່ການ​ທູດ ອິນ​ເດຍ ຍິງຜູ້​ໜຶ່ງ ຢູ່ ນິວຢອກ ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ອັນ​ຍາວ​ນານ​ເຖິງ​ການ​ພົວພັນ​ທີ່​ສະໜິດ​ແໜ້ນ​ລະຫວ່າງ 2 ປະ​ເທດ. ຖະ​ແຫຼ​ງການ​ນີ້​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid ຍົກ​ອອກ​ມາ​ໃນ​ວັນ​ທີ 19/12, ​ໃນ​ສະພາບ​ການ​ພົວພັນ​ອັນ​ຍາວ​ນານ​ລະຫວ່າງ ວໍ​ຊິງ​ຕັນ ​ແລະ ນິວ​​ເດ​ລີ ພວມ​ເຄັ່ງຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ສະດຸ​ງ​ໄວ​ນີ້.

    ​ເມື່ອ​ຕອບ​ສຳພາດ​​ໂທລະພາບ CNN-IBN ຂອງ ອິນ​ເດຍ ​ໃນ​ວັນ​ທີ 19/12, ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Salman Khurshid ຢັ້ງຢືນ​ວ່າ: ທັງ ອິນ​ເດຍ ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ບໍ່​ຢາກ​ການ​ພົ​ວພັນມິດຕະພາບອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ປີຜ່ານມາ​ຖືກ​ເສຍ​ຫາຍ. ຕາມ​ທ່ານ​ແລ້ວ, ນີ້​ແມ່ນ​ການ​ຖົກ​ຖຽງ​ກັນ​ທາງ​ດ້ານ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ເຊິ່​ງ​ແມ່ນ​ເພື່ອນ​ມີດ​ຂອງ​ກັນ. ດັ່ງ​ນັ້ນ, ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ​ນ້ຳ​ໃຈ​ມິດຕະພາບ​ຈະ​ຊ່ວຍ​ໃຫ້ 2 ຝ່າ​ນຜ່ານ​ຜ່າການ​ທ້າ​ທາຍນີ້ ​ແລະ ອາ​ເມ​ລິ​ກາ ຄວນ​ຢຸດຕິ​ເຫດການ​ນີ້.

ຂ່າວ/ບົດ​ອື່ນ