ອິນ​ເດຍ ເຊື້ອ​ເຊີນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ມິດ​ຕະ​ພາບກິ​ລາ​ບານ​ເຕະ

(VOVWORLD) -ທິມບານເຕະແຫ່ງຊາດ ຂອງປະເທດນີ້ ຢາກຈັດການແຂ່ງຂັນບານເຕະມິດຕະພາບກັບ ທິມບານເຕະ ຫວຽດນາມ ໃນທ້າຍເດືອນ ພຶດສະພາ 2022. 
ອິນ​ເດຍ ເຊື້ອ​ເຊີນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ມິດ​ຕະ​ພາບກິ​ລາ​ບານ​ເຕະ - ảnh 1ທິມບານເຕະ ຫວຽດນາມ (ພາບ: VFF)

ຕາມຂ່າວຈາກສະຫະພັນບານເຕະ ອິນເດຍ (AIFF), ທິມບານເຕະແຫ່ງຊາດ ຂອງປະເທດນີ້ ຢາກຈັດການແຂ່ງຂັນບານເຕະມິດຕະພາບກັບ ທິມບານເຕະ ຫວຽດນາມ ໃນທ້າຍເດືອນ ພຶດສະພາ 2022. ປັດຈຸບັນ, ທິມບານເຕະ ອິນເດຍ ຢືນອັນດັບທີ 106 ໃນຕາຕະລາງຈັດອັນດັບຂອງ ສະຫະພັນບານເຕະໂລກ (FIFA), ຫຼຸດຈາກທິມບານເຕະ ຫວຽດນາມ 10 ຂັ້ນ.

ໃນໄລຍະຜ່ານມາ, ທິມບານເຕະ ອິນເດຍ ຍັງບໍ່ເຄີຍແຂ່ງຂັນບານເຕະມິດຕະພາບກັບທິມບານ ເຕະ ຫວຽດນາມ ເທື່ອ. ເພາະສະນັ້ນ, ອິນເດຍ ຢາກທົດສອບຕົນເອງ ກໍຄື ກະກຽມໃຫ້ແກ່ການເຂົ້າຮ່ວມຮອບຄັດເລືອກຊີງລາງວັນ Asian Cup 2023.


ຕອບກັບ

ຂ່າວ/ບົດ​ອື່ນ