ອິນເດຍ ໃຫ້ສັດຕະຍາບັນສົນທິສັນຍາ SAARC ກ່ຽວກັບການຮັບມື ກັບໄພທຳມະຊາດຢ່າງວ່ອງໄວ

ອິນເດຍ ໃຫ້ສັດຕະຍາບັນສົນທິສັນຍາ SAARC ກ່ຽວກັບການຮັບມື  ກັບໄພທຳມະຊາດຢ່າງວ່ອງໄວ - ảnh 1
ທ່ານ Jaideep Mazumdar ອູ​ປະ​ທູດ​ຊົ່ວຄາວ​ສະຖານທູດ
ອິນ​ເດຍ ປະ​ຈຳ Nepal
ພາບ:vietnamplus.vn


(vovworld) - ວັນ​ທີ 22/8, ຄະນະ​ເລຂາ​ສະຫະ​ສະມາຄົມ​ການ​ຮ່ວມ​ມື​ພາກ​ພື້ນ ອາຊີ​ໃຕ້ (SAARC) ມີ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫລວງ Kathamandu  ຂອງ Nepal ​ໃຫ້​ຮູ້​ວ່າ: ອິນ​ເດຍ ​ໄດ້​ກາຍ​ເປັນ​ປະ​ເທດທຳ​ອິດ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ SAARC ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງ​ວ່ອງ​ໄວ. ທ່ານ Jaideep Mazumdar ອູ​ປະ​ທູດ​ຊົ່ວຄາວ​ສະຖານທູດ ອິນ​ເດຍ ປະ​ຈຳ Nepal ​ໄດ້​ສົ່ງ​ເອກະສານ​ສະບັບ​ຕົ້ນ​​ໃຫ້ສັດຕະຍາບັນ​ສົນທິສັນຍາ​ດັ່ງກ່າວ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ SAARC Ahmed Saleem ​. ​​ໃນ​ແຈ້ງ​ການສະ​ບັບຫນຶ່ງ​ອອກ​ໃນ​ວັນ​ດຽວ​ກັນ, ທ່ານ Ahmed Saleem ຊົມ​ເຊີຍ​ເລື່ອງ​ລັດຖະບານ ອິນ​ເດຍ ​ໄດ້​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ໃຫ້​ສັດຕະ​ຍາ​ບັນ​ສົນທິສັນຍາ​ດັ່ງກ່າວ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງ​ວ່ອງ​ໄວ ​ແລະ ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ: ບັນດາ​ປະ​ເທດ​ອື່ນ​ຈະ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ນີ້​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ