ອິນເດຍຢາກຮໍ່າຮຽນເອົາບົດຮຽນລ້ຽງປູກສິນໃນນ້ຳຂອງຫວຽດນາມ

ອິນເດຍຢາກຮໍ່າຮຽນເອົາບົດຮຽນລ້ຽງປູກສິນໃນນ້ຳຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 3/10 ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ Sharad Pawar, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປຸງ​ແຕ່ງສະບຽງອາຫານອິນ​ເດ​ຍ ​ໄດ້​ມີ​ການ​ເຮັ​ດວຽກ​ກັບການ​ນຳ​ຂອງ​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ລ້ຽງປູກ​ສິນ​ໃນ​ນ້ຳ, ​ເຂົ້າ, ຕົ້ນ​ໄມ້​ກິ​ນໝາກ ​ແລະ ຜູ້ຕາງໜ້າ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງ​​ພຽງ​ແມ່​ນ້ຳຂອງ. ທີ່​ການ​ເຮັດ​ວຽກ, ທ່ານ Bui Ngoc Suong, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ຊີ້​ແຈ້ງ​ບັນດາ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ທ່າ​ແຮງ​ພັດທະນາ​ກະສິກຳ, ລ້ຽງ​ປູກ​ສິນ​ໃນ​ນ້ຳຂອງ​ເຂດ​ທົ່ງ​ພຽງ​ແມ່ນ້ຳຂອງ. ທ່ານ Sharad Pawar ​ຖື​ວ່າ ​ໃນ​ຂົງ​ເຂດ​ກະສິກຳ​ທັງ​ສອງ​ປະ​ເທດພວມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນພັດທະນາ, ການຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ແມ່ນ​​ໃຫຍ່​ຫຼວງ. ທ່ານ Sharad Pawar ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ​ຫວຽດນາມ ​ແລະ ປາດ​ຖະໜາ​​ຢາກ​​ຮໍ່າຮຽນ​ເອົາ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ພັດທະນາ​ການ​ລ້ຽງ​ປາ​ບາ​ຊາ, ພັດທະນາ​ການ​ລ້ຽງ​ປາ​ກະ​ຊົງ, ກຸ້ງ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ​ໃນ​ທຳ​ມະ​ຊາດ.

ຂ່າວ/ບົດ​ອື່ນ