(VOVWORLD) - ເລື່ອງສ້າງສູນຄົ້ນຄວ້າ ອາດຈະຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ຫຼາຍກວ່າອີກ ແລະ ມຸ່ງໄປເຖິງການສ້າງ ອາຊຽນ ກາຍເປັນສູນວິທະຍາສາດໃໝ່ຂອງໂລກ.
ລັດຖະບານ ອິນໂດເນເຊຍ ພວມຊຸກຍູ້ການສ້າງຕັ້ງສູນຄົ້ນຄວ້າໃຫ້ແກ່ບັນດານັກຄົ້ນຄວ້າຈາກບັນດາປະເທດສະມາຊິກຂອງ ອາຊຽນ ໂດຍຜ່ານອົງການຄົ້ນຄວ້າ ແລະ ປ່ຽນແປງໃໝ່ແຫ່ງຊາດ (BRIN).
ໃນຖະແຫຼງການສື່ມວນຊົນ ທີ່ໄດ້ຍົກອອກມາໃນວັນທີ 29 ກໍລະກົດ, ທ່ານ Ahmad Najib Burhani, ຜູ້ອຳນວຍການອົງການວິທະຍາສາດສັງຄົມ ແລະ ມະນຸດສາດຂຶ້ນກັບ BRIN ຖືວ່າ ເລື່ອງສ້າງສູນຄົ້ນຄວ້າ ອາດຈະຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ຫຼາຍກວ່າອີກ ແລະ ມຸ່ງໄປເຖິງການສ້າງ ອາຊຽນ ກາຍເປັນສູນວິທະຍາສາດໃໝ່ຂອງໂລກ.