(ພາບປະກອບ)
(vovworld) - ທ່ານເລຂາທິການໃຫຍ່ກະຊວງປ້ອງກັນປະເທດອິນໂດເນເຊຍ Budiman ໃຫ້ຮູ້ວ່າ ປະເທດນີ້ຈະຈັດການຊ້ອມຮົບຮ່ວມກ່ຽວກັບການຕ້ານກໍການຮ້າຍລະຫວ່າງກອງທັບບັນດາປະເທດອາຊຽນ ແລະ 8 ປະເທດຄູ່ເຈລະຈາ (ອາຊຽນ +8), ເຊິ່ງລວມມີ ອາເມລິຫາ, ສ.ເກົາຫຼີ, ອົດສຕາລີ, ລັດເຊຍ, ຈີນ, ອິນເດຍ, ນິວຊີແລນ ແລະ ຍີ່ປູ່ນ. ຄາດວ່າ, ການຊ້ອມຮົບຮ່ວມຕ້ານກໍການຮ້າຍອາຊຽນ + 8 ຈະໄດ້ດຳເນີນຢູ່ສູນຮັກສາສັນຕິພາບຂອງອິນໂດເນເຊຍ ຢູ່ ໂບໂກ, ແຂວງ ຢາວາ ຕາເວັນຕົກ ໃນເດືອນກັນຍາ ຈະມາເຖິງ. ທ່ານ Budiman ໃຫ້ຮູ້ວ່າ ອິນໂດເນເຊຍ ຈັດຕັ້ງການຊ້ອບຮົບຮ່ວມດ້ວຍຖານະເປັນປະທານຮ່ວມກັບອາເມລິກາ ໃນຂອບເຂດໂຄງການລັດຖະມົນຕີປ້ອງກັນປະເທດອາຊຽນ + 8 ແລະ ທຸກໆວຽກງານກະກຽມໃຫ້ແກ່ບັນດາການເຄື່ອນໄຫວລວມຄັ້ງທຳອິດລະຫວ່າງອາຊຽນ ແລະ ບັນດາຄູ່ເຈລະຈາພວມໄດ້ຮັບການສຳເລັດຢູ່ສູນຮັກສາສັນຕິພາບຢູ່ໂບໂກ ໂດຍໄວ.