ອີຢູ ຂຶ້ນແຜນສ້າງກຳລັງປະຕິກິລິຍາໄວໃນປີ 2025
(VOVWORLD) -ໃນກອງປະຊຸມວັນທີ 16 ພະຈິກ, ຢູ່ ບຣຸກແຊນ (ແບນຊິກ), ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໄດ້ປຶກສາຫາລືກ່ຽວກັບແຜນການສ້າງກຳລັງກອງທັບຮ່ວມ ທີ່ມີພົນທະຫານ 5.000 ຄົນ ໃນປີ 2025 ເພື່ອສາມາດແຊກແຊງເຂົ້າວິກິດການຕ່າງໆໂດຍບໍ່ຕ້ອງອາໄສ ອາເມລິກາ.
ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ ອີຢູ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ (ພາບ:TTXVN) |
ຕາມນັ້ນແລ້ວ, ກຳລັງປະຕິກິລິຍາໄວຂອງ ອີຢູ ມີຊື່ວ່າ “ກຳລັງຄວາມສາມາດຜັນຂະຫຍາຍໄວຂອງ ອີຢູ”, ໂດຍໄດ້ຮັບການສ້າງຕັ້ງຂຶ້ນຈາກບັນດາພາກສ່ວນມາຈາກທະຫານບົກ, ກອງທັບເຮືອ ແລະ ກອງທັບອາກາດ, ພ້ອມດຽວກັນນັ້ນ ສາມາດປ່ຽນກັບບໍ່ວ່າກຳລັງປະຈຳການໃດ ໂດຍຂຶ້ນກັບວິກິດການ. ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກ ອີຢູ ໄດ້ວາງເປົ້າໝາຍ ຈະບັນລຸໄດ້ເອກະສານສະບັບສຸດທ້າຍກ່ຽວກັບກຳລັງນີ້ໃນເດືອນ ມີນາ 2022.
ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ ອີຢູ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ເນັ້ນໜັກວ່າ ໂຄງການທີ່ມີຄວາມມັກໃຫຍ່ໃຝ່ສູງນີ້ຂອງ ອີຢູ ໄດ້ເອີ້ນວ່າ “ເປັນເຂັມທິດຍຸດທະສາດ”. ຕາມທ່ານ Josep Borrell ແລ້ວ, ອີຢູ ຄວນມີຄວາມສາມາດຮັບມືກັບໄພນາບຂູ່ທີ່ອາດຈະເກີດຂຶ້ນ ຫຼື ມີປະຕິກິລິຍາໄວກັບກໍລະນີວິກິດການ, ເປັນຕົ້ນແມ່ນ ໜ້າທີ່ກູ້ໄພກູ້ຊີບ ແລະ ອົບພະຍົບ ຫຼື ການເຄື່ອນໄຫວສ້າງສະຖຽນລະພາບໃນສະພາບແວດລ້ອມເປັນປໍລະປັກກັນ.
ນັກຂ່າວ VOV ປະຈຳ ຝລັ່ງ