ອີຢູ ຍົກອອກເງື່ອນໄຂເຈລະຈາກັບ ອັງກິດ

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 12 ກໍລະກົດ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງສະຫະພາບເອີລົບ (ອີຢູ) ໄດ້ຍົກອອກຫຼາຍເງື່ອນໄຂທີ່ແຂງກະດ້າງ ເພື່ອໃຫ້ອັງກິດ ຕອບສະໜອງໃນຊຸມເດືອນເຈລະຈາທຳອິດ ກ່ອນທີ່ທັງສອງຝ່າຍສາມາດເລີ່ມຄິດໄລ່ຊັ່ງຊາກ່ຽວກັບການພົວພັນໃນອະນາຄົດ. 
ອີຢູ ຍົກອອກເງື່ອນໄຂເຈລະຈາກັບ ອັງກິດ - ảnh 1ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງ ອີຢູ Michel Barnier (ເບື້ອງຂວາ) ແລະ ລັດຖະມົນຕີຮັບຜິດຊອບ Brexit ຂອງອັງກິດ David Davis. (ພາບ: AFP/TTXVN) 

ທ່ານ Barnier ຖືວ່າ: ອັງກິດຕ້ອງ “ສົ່ງເສີມຄົບຖ້ວນ” ກ່ຽວກັບທຸກໆບັນຫາເບື້ອງຕົ້ນເຊິ່ງລວມມີ: ສິດພົນລະເມືອງ, ບ້ວງເງິນເຊິ່ງ ອັງກິດ ຕ້ອງສົ່ງໃຫ້ ອີຢູ, ກໍ່ຄືບັນຫາຊາຍແດນກັບ ອິດສະຣາແອນ ກ່ອນທີ່ເຈລະຈາກ່ຽວກັບຂໍ້ຕົກລົງການຄ້າໃນອະນາຄົດ. ທ່ານ Barnier ເນັ້ນໜັກວ່າ: ບັນດາບັນຫານີ້ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ມີຄວາມຜູກພັນນຳກັນ, ແລະ ຈະແມ່ນສິ່ງຂາດເຂີນເພື່ອສາມາດກ້າວໄປເຖິງໄລຍະເຈລະຈາຄັ້ງຕໍ່ໄປ. ພ້ອມກັນນັ້ນ, ທ່ານ Barnier ກໍ່ກ່າວເຕືອນວ່າ: ໄລຍະເຈລະຈາພວມໝົດລົງແລ້ວ, ພ້ອມທັງກະຕຸກຊຸກຍູ້ ອັງກິດ ສະແດງໃຫ້ ອີຢູ ຮູ້ຫຼັກໝັ້ນການເຈລະຈາໃນບັນດາບັນຫາຫຼັກແຫຼ່ງໂດຍໄວກ່ອນທີ່ດຳເນີນຮອບເຈລະຈາຮອບທີ 2 ກ່ຽວກັບ Brexit, ຄາດວ່າ ຈະເລີ່ມຈັດຕັ້ງໃນວັນທີ 17 ກໍລະກົດ ຢູ່ ບຣຸກແຊນ, ປະເທດ ແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ