ອີຢູ ພັດຢືນຢູ່ຕໍ່ໜ້າຄວາມສ່ຽງຕົກເຂົ້າສູ່ວິກິດການດ້ານການເມືອງ ຍ້ອນຄວາມບໍ່ລົງລອຍກັນດ້ານງົບປະມານ

(VOVWORLD) - ທັງການນຳ ຮຸງກາຣີ ແລະ ໂປໂລຍ ລ້ວນແຕ່ສົ່ງຈົດໝາຍເຖິງ ເຢຍລະມັນ - ປະເທດປະທານໝູນວຽນຂອງ ອີຢູ - ພ້ອມກັບບັນດາການນຳ ອີຢູ ຕ່າງໆ, ໂດຍກ່າວເຕືອນວ່າ ຈະຢັບຢັ້ງງົບປະມານຂອງ ອີຢູ ຖ້າເລື່ອງປ່ອຍເງິນໃຫ້ບັນດາປະເທດສະມາຊິກຕິດພັນກັບຂໍ້ກຳນົດເຄົາລົບປະຕິບັດຫຼັກການນິຕິບັນຍັດ.
ອີຢູ ພັດຢືນຢູ່ຕໍ່ໜ້າຄວາມສ່ຽງຕົກເຂົ້າສູ່ວິກິດການດ້ານການເມືອງ ຍ້ອນຄວາມບໍ່ລົງລອຍກັນດ້ານງົບປະມານ - ảnh 1ພາບປະກອບ / AFP

  ຄວາມສ່ຽງເກີດວິກິດການດ້ານການເມືອງຄັ້ງໃໝ່ຢູ່ສະຫະພາບ ເອີຣົບ (ອີຢູ) ອາດຈະເກີດຂຶ້ນ ເມື່ອ 2 ປະເທດສະມາຊິກແມ່ນ ຮຸງກາຣີ ແລະ ໂປໂລຍ ໃນວັນທີ 16 ພະຈິກ ໄດ້ກີດຂວາງການຮັບຮອງເອົາງົບປະມານໄລຍະຍາວຂອງກຸ່ມ ອີຢູ ແລະ ເລື່ອງນຳບ້ວງເງິນຊ່ວຍເຫຼືອໂລກລະບາດໂຄວິດ-19 ທີ່ມີມູນຄ່າ 750 ຕື້ເອີໂຣ ຕິດພັນກັບ ການເຄົາລົບປະຕິບັດຫຼັກການອຳນາດກົດໝາຍ

       ທີ່ກອງປະຊຸມດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 16 ພະຈິກ, ບັນດານັກການທູດ ອີຢູ ໃຫ້ຮູ້ວ່າ: ຮຸງກາຣີ ແລະ ໂປໂລຍ ໄດ້ຄັດຄ້ານເລື່ອງນຳງົບປະມານຂອງ ອີຢູ ຕິດພັນກັບການເຄົາລົບປະຕິບັດຫຼັກການອຳນາດກົດໝາຍ ພ້ອມທັງຖະແຫຼງວ່າ ຈະຢັບຢັ້ງບໍ່ວ່າຂໍ້ຕົກລົງສະບັບໃດໆທີ່ກ້າວເຂົ້າສູ່ການປະຕິບັດວິວັດທະນາການດັ່ງກ່າວ.

        ກ່ອນໜ້ານັ້ນ, ທັງການນຳ ຮຸງກາຣີ ແລະ ໂປໂລຍ ລ້ວນແຕ່ສົ່ງຈົດໝາຍເຖິງ ເຢຍລະມັນ - ປະເທດປະທານໝູນວຽນຂອງ ອີຢູ - ພ້ອມກັບບັນດາການນຳ ອີຢູ ຕ່າງໆ, ໂດຍກ່າວເຕືອນວ່າ ຈະຢັບຢັ້ງງົບປະມານຂອງ ອີຢູ ຖ້າເລື່ອງປ່ອຍເງິນໃຫ້ບັນດາປະເທດສະມາຊິກຕິດພັນກັບຂໍ້ກຳນົດເຄົາລົບປະຕິບັດຫຼັກການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ