ອີຢູ, ສ.ເກົາຫຼີ ຢັ້ງຢືນຄໍາໝັ້ນສັນຍາ ກ່ຽວກັບການຄ້າເສລີ ແລະສັນຕິພາບໃນແຫຼມເກົາຫຼີ

(VOVWORLD) -ທ່ານປະທານາທິບໍດີ Moon Jae-in  ແລະ ທ່ານປະທານ  Juncker ກໍເຫັນດີເພີ່ມທະວີບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ສ້າງແຫຼມເກົາຫຼີປອດນິວເຄຼຍ ໂດຍສັນຕິວິທີ ແລະ ສ້າງພື້ນຖານສັນຕິພາບໃນແຫຼມເກົາຫຼີ.

ວັນທີ 19 ຕຸລາ, ສ.ເກົາຫຼີ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຢັ້ງຢືນເຖິງຄໍາໝັ້້ນສັນຍາຂອງສອງຝ່າຍ ກ່ຽວກັບການຄ້າເສລີຫຼາຍຝ່າຍ ທີ່ການພົບປະລະຫວ່່າງ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  ແລະ ທ່ານປະທານຄະນະກໍາມະການເອີຣົບ (EC) Jean – Claude Juncker, ໃນສະພາບທີ່ບັນດາໄພນາບຂູ່ ກ່ຽວກັບການອາລັກຂາດ້ານການຄ້າພວມພົ້ນເດັ່ນຂຶ້ນ, ເຊິ່ງເລີ່ມມາຈາກອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາມເລິກາ  Donald Trump.

    ໃນແຈ້ງກນທາງສື່ມວນຊົນ, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ຮູ້ວ່າ, ທີ່ການພົບປະຢູ່ນອກກອງປະຊຸມສຸດຍອດ ASEM 12 ທີ່ບຣຸກແຊນ ປະເທດ ແບນຊິກ, ທ່ານປະທານາທິບໍດີ Moon Jae-in  ແລະ ທ່ານປະທານ  Juncker ກໍເຫັນດີເພີ່ມທະວີບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ສ້າງແຫຼມເກົາຫຼີປອດນິວເຄຼຍ ໂດຍສັນຕິວິທີ ແລະ ສ້າງພື້ນຖານສັນຕິພາບໃນແຫຼມເກົາຫຼີ.

    ການນໍາສອງທ່ານ ກໍ່ໃສ່ໃຈວ່າ ການພົວພັນລະຫວ່າງ  ສ.ເກົາຫຼີ ແລະ ອີຢູ ໄດ້ມີບາດກ້າວປັບປຸງຢ່າງໝັ້ນຄົງເຂັ້ມແຂງ ນັບແຕ່ເມື່ອສັນຍາການຄ້າເສລີ ລະຫວ່າງສອງຝ່າຍ ມີຜົນສັກສິດມາແຕ່ປີ 2011.

ຕອບກັບ

ຂ່າວ/ບົດ​ອື່ນ