ອີຢູຍັງມີຄວາມບໍ່ລົງລອຍກັນກ່ຽວກັບການຮັບເອົາຈຳນວນຊາວອົບພະຍົບ

ອີຢູຍັງມີຄວາມບໍ່ລົງລອຍກັນກ່ຽວກັບການຮັບເອົາຈຳນວນຊາວອົບພະຍົບ - ảnh 1
ຊາວ​ອົບ​ພະ​ຍົບ​ພາຍຫຼັງ​ໄດ້​ທະ​ຫານ​ເຮືອ ອີ​ຕາ​ລີ ກູ້​ເອົາ​ຊີ​ວິ​ດ ແລະ ສົ່ງ​ເຖິງ​ທ່າ​ກຳ​ປັ່ນ Sicily.
(ພາບ: AFP/TTXVN)

(vovworld) – ​​ໜຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 25/6 (ຕາມ​ເວ​ລາ ຮ່າ​ໂນ້ຍ) ຢູ່ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊິກ ແມ່ນ​ບັນ​ຫາ​ອົບ​ພະ​ຍ​ົບ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ, ປະ​ທານ​ສະ​ພາ ເອີ​ລົບ Donald Tusk ໃຫ້​ຮູ້​ວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອ​ມ​ກ່ຽວ​ກັບ​ກົນ​ໄກ​​ຈັດ​ແບ່ງ​ຈຳ​ນວນ​ຜູ້​ຂໍ​ອົບ​ພະ​ຍົບ ພວມ​ຢູ່ ອີ​ຕາ​ລີ ແລະ ເກຼັກ ເພື່ອ​ແນ​ໃສ່​​ຫລຸດ​ຜ່ອນ​ການແບກ​ຫາບໃຫ້​ແກ່ 2 ປະ​ເທດນີ້. EU ອາດ​ຈະ​ຕ້ອງ​ພິ​ຈາ​ລະ​ນາ​ເລື່ອງ​ຈັດ​ວາງ​ກົນ​ໄກ​ຮັບ​ຊາວ​ອົບ​ພະ​ຍົບ​ເຊິ່ງ ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) ສະ​ເໜີ​ເມື່ອ​ເດືອ​ນ​ກ່ອນ. ທ່ານ​ປະ​ທານ EU Donald Tusk ຖະ​ແຫຼງ​ສະ​ໜັບ​ສະ​ໜູນ​ແນວ​ຄວາມ​ຄິດ​ສ້າງ​ຕັ້ງ​ກົນ​ໄກ​ບົນ​ພື້ນ​ຖານ​ສະ​ໝັກ​ໃຈ, ພ້ອມ​ທັງ​ຊີ້​ແຈ້ງ​ວ່າ​ບັນ​ດາປະ​ເທດກໍ່​ຕ້ອງ​ສະ​ແດງ “ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ຄວາມ​ໝາຍ” ນັບ​ແຕ່ນີ້​ຮອດ​ທ້າຍ​ເດືອນ 7. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝຮັ່ງ Francois Hollande ອີກ​ເທື່ອ​ໜຶ່ງ​ໄດ້​ຮຽກ​ຮ້ອງ​ສົມ​ທົບ​ຄວາມ​ສາ​ມັກ​ຄີ​ກັບ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ກະ​ແສ​ຟ​ອງ​ຊາວ​ອົບ​ພະ​ຍົບ​ຜ່ານ​ທະ​ເລເມ​ດີ​ເຕ​ຣາ​ເນ​ຍ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi ຕຳ​ນິ​ຕິ​ຕຽ​ນ​ການ​ນຳ​ບັນ​ດາ​ປະ​ເທດ EU ບໍ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ແຜນ​ການ​​ຮັບ​ຊາວ​ອົບ​ພະ​ຍົບ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ