(vovworld) - ການປະທະກັນຂະໜາດໃຫຍ່ເກີດຂຶ້ນໃນວັນທີ 11/1 ລະຫວ່າງບັນດາຜູ້ແຫ່ຂະບວນປະທ້ວງ ແລະ ກຳລັງປ້ອງກັນຄວາມສະຫງົບ ອີຢິບ ຢູ່ ຕໍ່ໜ້າທຳນຽບປະທານາທິບໍດີ ພາຍຫຼັງທີ່ກອງທັບປະເທດນີ້ ດຳເນີນການທັບມ້າງກຳແພງດ້ວຍເບຕົງ ທີ່ໄດ້ຮັບການກໍ່ສ້າງບົນຖະໜົນ Merghany ນັບແຕ່ເມື່ອມີກະແສຟອງແຫ່ຂະບວນປະທ້ວງຂອງຝ່າຍຄ້ານ ເພື່ອແນໃສ່ຄັດຄ້ານ ລັດຖະທຳມະນູນ ເມື່ອວັນທີ 22/11/2012 ຂອງທ່ານ Mohamed Morsi. ຜູ້ແຫ່ຂະບວນປະທ້ວງ ໄດ້ຄັດຄ້ານເລື່ອງທັບມ້າງກຳແພງດັ່ງກ່າວ ຍ້ອນວ່າ ເຂົາເຈົ້າຖືວ່າ: ມັນຈະຊ່ວຍປົດປັກຮັກສາເຂົາເຈົ້າ ຕໍ່ໜ້າບັນດານການບຸກໂຈມຕີຂອງຝ່າຍ ອິດສະລາມ ທີ່ສະໜັບສະໜູນປະທານາທິບໍດີ. ການປະທະກັນເກີດຂຶ້ນເມື່ອກຳລັງປ້ອງກັນຄວາມສະຫງົບສະກັດກັ້ນ ແລະ ຈັບຕົວຜູ້ແຫ່ຂະບວນປະທ້ວງຈຳນວນໜຶ່ງ. ຫຼັງຈາກນັ້ນ, ຕຳຫຼວດຕ້ອງມີການເຈລະຈາ ກັບຜູ້ແຫ່ຂະບວນປະທ້ວງ, ປ່ອຍຕົວຜູ້ຖືກຈັບ ແລະ ໃຫ້ຄຳໝັ້ນສັນຍາບໍ່ຍົກເລີກການປະທະກັນດ້ວຍວິທີນັ່ງທີ່ແກ່ຍາວໃນຕະຫຼອດ 11 ວັນຜ່ານມາຕໍ່ໜ້າທຳນຽບປະທານາທິບໍດີ.
ໃນສະພາບການອື່ນ, ວັນທີ 11/1, ກຳລັງປ້ອງກັນຄວາມສະຫງົບ ອີຢິບ ໃຫ້ຮູ້ວ່າ: ກຸ່ມປະກອບອາວຸດໜຶ່ງ ທີ່ຮັບຖືວ່າແມ່ນບັນດາມືປືນ ອິດສະລາມ ໄດ້ບຸກໂຈມຕີ ລົດໂອໂຕລາດຕາເວນຂອງຕຳຫຼວດຢູ່ໃກ້ຊາຍແດນ ອີຢິບ - ອິດສະຣາແອນ 4 ຄັນ, ເຮັດໃຫ້ມີຜູ້ຖືກບາດເຈັບໃນແຫຼມ Sinai ໜ້ອຍສຸດແມ່ນ 7 ຄົນ.