ອີຢີບ - ສະພາສ້າງລັດຖະທຳ ມະນູນລົງມະຕິກ່ຽວກັບ ຮ່າງລັດຖະທຳມະນູນ

ອີຢີບ - ສະພາສ້າງລັດຖະທຳ ມະນູນລົງມະຕິກ່ຽວກັບ ຮ່າງລັດຖະທຳມະນູນ - ảnh 1
ສະພາ​ສ້າງ​​ລັດຖະທຳ​ມະນູນອີ​ຢີບ ​
ໄດ້ລົງມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ
(ພາບ: xaluan.com)


(vovworld) -     ວັນ​ທີ 29/11, ສະພາ​ສ້າງ​​ລັດຖະທຳ​ມະນູນອີ​ຢີບ ​ໄດ້ລົງມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ ​ໃນ​ຂະນະ​ທີ່​ສະພາບ​ການ​ຢູ່​ປະ​ເທດ​ນີ້ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຮ້າຍ​ແຮງທີ່​ສຸດ ນັບ​ແຕ່​ເມື່ອ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ເດືອນ 6 ຜ່ານ​ມາ. ສະມາຊິກ​ສະພາ​ສ້າງລັດຖະທຳ​ມະນູນ 85 ທ່ານ ​ໄດ້​ລົງມະຕິ​ໃຫ້ 234 ມາດຕາຂອງ​ຮ່າງ​ລັດຖະທຳ​ມະນູນ​ຕາມ​ລຳດັບ. ໃນ​ບັນດາມາດຕາທຳ​ອິດ​ຂອງ​ຮ່າງ​ລັດຖະທຳ​ມະນູນ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ສິ່ງ​ທີ​ໜ້າ​ສົນ​ໃຈ​ແມ່ນ​ມາດຕາ​ທີ 2 ກຳນົດ​ກົດໝາຍ​ວ່າ​ດ້ວຍສາສະໜາ (ອິດ​ສະ​ລາມ) ຈະ​ແມ່ນ​ຕົ້ນ​ກຳ​ເນີ​ດຂອງມາດຕາລັດຖະທຳ​ມະນູນ, ຄຽງ​ຄ້າງ​ສາ​ສະ​ໜາອິສະລາມ ​ແລະ ພາສາ​ອາຣັບ ​ແມ່ນ​ພາສາ​​ທາງ​ການ. ສະພາ​ກໍ່​ຮັບຮອງ​ເອົາມາດຕາ​ທີ່​ເວົ້າ​ວ່າ ບັນດາ​ຫຼັກການ​ເຫຼື້ອມ​ໄສ​ສາສະໜາທີ່​ຖືກ​ກັບກົດໝາຍ​ຂອງ​ຊາວ ກຣິດ ​ແລະ ຊາວ​ຢີວ ຈະ​​ເປັນ​ຫຼັກການຊີ້​ນຳ​ ນຳພາບັນດາ​ບັນຫາ​ສ່ວນ​ບຸກຄົນ ​ແລະ ສາສະໜາ​ຂອງ​ເຂົ້າ​ເຈົ້າ.

ຂ່າວ/ບົດ​ອື່ນ