ອີຢິບ ອາດຈະຈັດຕັ້ງການເລືອກ ຕັ້ງຄືນໃໝ່ ຢູ່ບາງສະຖານທີ່

ອີຢິບ ອາດຈະຈັດຕັ້ງການເລືອກ ຕັ້ງຄືນໃໝ່ ຢູ່ບາງສະຖານທີ່ - ảnh 1
ບັນດາຜູ້ສະໜັບສະໜູນ ທ່ານ Mohamed Mursi ຖືວ່າ: ທ່ານນີ້ຍາດໄດ້ໄຊຊະນະໃນການເລືອກຕັ້ງຜ່ານມາ
(ພາບ: AFP)

(vovworld) - ​ວັນ​ທີ 21/6, ເວັບ​ໄຊ​ຂອງ​ໜັງສືພິມ Al Ahram ຂອງ ອີ​ຢິບ ​ໄດ້​ອອກ​ຂ່າວ​ໂດຍ​ໃຫ້​ຮູ້​ວ່າ: ຄະນະ​ກຳມະການ​ເລືອກ​ຕັ້ງ​ປະທານາທິບໍດີ​ສູງ​ສຸດ ອາດ​ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່ ຢູ່​ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ວາ 100 ​ແຫ່ງ. ​ເວັບ​ໄຊ​ນີ້​ໄດ້​ຄັດ​ສະ​ເໜີ​ບາງ​ແຫຼ່ງຂ່າວ​ໂດຍ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຍັງ​ຄົງ​ຊັ່ງຊາ​ເລື່ອງ​ແກ້​ໄຂ​ການ​ຮ້ອງ​ທຸກ​ຂອງ​ຜູ້​​ສະໝັກ​ເລືອກ​ຕັ້ງ 2 ທ່ານ ຄື​ທ່ານ Mahamed Mursi ແລະ ທ່ານ Ahmed Shafiq. ໝາກຜົນ​ຢູ່​ບັນດາ​ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ນີ້ ​ແມ່ນໜຶ່ງ​ໃນ​ບັນດາ​ບັນຫາ ​ເຊິ່ງບັນດາ​ໜັງສື​ຮ້ອງ​ທຸກ​ເຕື້ອງ​ເຖິງ. ຮອດ​ຈຸ​ດ​ເວລາ​ນີ້, ຄະນະ​ກຳມະການ​ເລື​ອກຕັ້ງ​ຍັງ​ບໍ່​ທັນ​ອອກ​ຄຳ​ຕັດສິນ​ສຸດ​ທ້າຍ​ກ່ຽວ​ກັບ​ບັນ​ຫາ​ດັ່ງກ່າວ. ກ່ອນ​ໜ​້ານັ້ນ, ທ່ານ Hatem Bagato, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ເລືອກ​ຕັ້ງ ​ໄດ້​ປະກາດໝາກ​ຜົນ​ສຸດ​ທ້າຍ​ຂອງ​ຮອບ​ເລືອກ​ຕັ້ງ​ທີ 2 ຈະ​​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 24/6. ທ່ານ Bagato ​​ໃຫ້​ຮູ້​ວ່າ: ມີ​ຄວາມ​ຜິດ​ຫຼາຍ​ເກີນ​ໄປໃນ​ວິວັດ​ການ​ນັບ​ບັດ ​ແລະ ພາຍຫຼັງ​ຊັ່ງຊາ​ບັນດາ​ການ​ຮ້ອງ​ທຸກ, ຄະນະ​ກຳມະການ​ເລືອກ​ຕັ້ງ​ຈະ​ນັບ​ບັດ​ຄືນ​ໃໝ່ ​ແລະ ປະກາດ​ໝາກຜົນ​ໃນ​ວັນ​ອາທິດ​ນີ້.

ຂ່າວ/ບົດ​ອື່ນ