ອີຢູຢືນຢັນການສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີີຣານ

ອີຢູຢືນຢັນການສະໜັບສະໜູນຂໍ້ຕົກລົງນິວເຄຼຍກັບອີີຣານ - ảnh 1
ທ່ານ​ນາງ Federica Moghenrini, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ລວມ​ຂອງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ)
(ພາບ: AFP/TTXVN)

(vovworld) - ທ່ານ​ນາງ Federica Moghenrini, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ລວມ​ຂອງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ຢືນຢັນ​ວ່າ: ເພື່ອ​ຄວາມ​ໝັ້ນ​ຄົງ​ສະ​ຫງົບ​ຂອງ ເອີ​ລົບ, ສະ​ຫະ​ພາບ​ຈະ​ຮັກ​ສາຫຼັກ​ໝັ້ນ​ສຳ​ລັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ປະ​ຫວັດ​ສາດ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດ​ກຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ນັ້ນ​ແມ່ນ ອາ​ເມ​ລິ​ກາ, ລັດ​ເຊຍ, ອັງ​ກິດ, ຝ​ຣັ່ງ, ຈີນ ພ້ອມ​ກັບ ເຢຍ​ລະ​ມັນ) ໄວ້​ຄື​ເກົ່າ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ເລື່ອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ຫາ​ກໍ່​ຮັບ​ໄຊ​ຊະ​ນະໃນ​ການ​ເລ​ືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ Donald Trump ໄດ້​ຕຳ​ນິ​ຕິ​ຕຽນ ຂໍ​້​ຕົກ​ລົງ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດນີ້​ຢ່າງ​ແຮງ. ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 6/1, ທ່ານ​ນາງ Moghenrini ເນັ້ນ​ໜັກ​ວ່າ: ອີ​ຢູ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ອີ​ຣານ ໃນ​ການ​ຜັນ​ຂະ​ຫຍາຍ​ຂໍ​້​ຕົ​ກ​ລົງ “ສຳ​ຄັນ​ຍິ່ງ” ນີ້. ​ເຫດ​ຜົ​ນ​ເຊິ່ງທ່ານ​ນາງ Moghenrini ​ຍົກ​ອອກ​ມາ​ແມ່ນ​ຍ້ອນ​ຂໍ​້​ຕົກ​ລົງ​ນິວ​ເຄຼຍ​ກັບ ເຕ​ເຮ​ຣານ ໄດ້​​ກະ​ທົບ​ເຖິງ​ຄວາມ​ໝັ້ນ​ຄົງ​ຂອງ​ທົ່ວ​ທະ​ວີບ​ເອີ​ລົບ. ທ່ານ​ນາງ​ເນັ້ນ​ໜັກ​ວ່າ ນັບ​ແຕ່​ເມື່ອ​ມີ​ຜົນ​ສັກ​ສິດ​ແຕ່​ຕົ້ນ​ປີ​ກາຍ, ຂໍ້​ຕົກ​ລົງ​ນີ້​ໄດ້​ນຳ​ມາ​ເຊິ່ງ​ບາງ​ໝາກ​ຜົນ​​ຢ່າງຕັ້ງ​ໜ້າ, ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ລະ​ຫວ່າງ ເຕ​ເຮ​ຣານ ແລະ ບັນ​ດາ​ປະ​ເທດຝ່າຍ​ຕາ​ເວັນ​ຕົກ.


ຂ່າວ/ບົດ​ອື່ນ