ອີຣານ ຈະບໍ່ສົ່ງ urani ທີ່ໄດ້ຮັບການເສີມທາດ ແລ້ວ ອອກຈາກປະເທດ

ອີຣານ ຈະບໍ່ສົ່ງ urani ທີ່ໄດ້ຮັບການເສີມທາດ ແລ້ວ ອອກຈາກປະເທດ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Abbas Araqchi
(ພາບ: Press TV)


(vovworld) - ຕໍ່​ໜ້າ​ຮອບ​ເຈລະຈາ​ກ່ຽວ​ກັບນິວ​ເຄຼຍ ກັບ​ກຸ່ມ P5+1 (​ເຊິ່ງລວມມື ອາ​ເມ​ລິ​ກາ, ລັດ​ເຊຍ, ອັງກິດ, ຝລັ່ງ, ຈີນ ​ແລະ ​ເຢຍລະ​ມັນ) ​ໃນ​ວັນ​ທີ 15 – 16 ຕຸລາ ຈະ​ມາ​ເຖິງ​ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ. ວັນ​ທີ 13 ຕຸລາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Abbas Araqchi ຖະ​ແຫຼ​ງວ່າ ​ເຕ​ເຣຣານ ຈະ​ບໍ່​ຕົກລົງ​​ໃຫ້​ຍົກຍ້າຍ​ສາງ urani ​ທີ່ໄດ້​ຮັບ​ການເສີມທາດ​ແລ້ວອອກ​ຈາກ​ປະ​ເທດ, ກໍ່​ຄື​ຈະບໍ່​ຢຸດ​ຕິ​ການ​ເສີມ​ທາດ urani ຕາມ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ທ່ານ​ໄດ້​ເວົ້າ​ຄືນ​ວ່າ ອີຣານ ຈະ​​​ເດັດ​ດຽວ​ປະຕິບັດ​ສິດ (ນິວ​ເຄຼຍ) ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ ​ແລະ ກົດໝາຍ​ສາກົນ, ພ້ອມ​ທັງ​ຈະ​ເຂົ້າ​ຮ່ວມ​ການ​ເຈລະ​ຈາຢ່າງ​ເຄັ່ງຂຶມ, ຕັ້ງ​ໜ້າ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຈຸດໝາຍ​ອາດ​ຈະ​ຮັບ​ຮູ້​ໄດ້​ກັບຝ່າຍຕ່າງໆ.

ຂ່າວ/ບົດ​ອື່ນ