ອີຣານ ຖະແຫຼງວ່າ ຈະບໍ່ເຈລະຈາກ່ຽວກັບ ໂຄງການລູກສອນໄຟນຳວິຖີ

ອີຣານ ຖະແຫຼງວ່າ ຈະບໍ່ເຈລະຈາກ່ຽວກັບ ໂຄງການລູກສອນໄຟນຳວິຖີ - ảnh 1
ລູກ​ສອນ​ໄຟນຳ​ວິ​ຖີ
(ພາບປະກອບ: AP)


(vovworld) - ວັນ​ທີ 10/02, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຮານ Abbas Araqchi ​ໃຫ້​ຮູ້​ວ່າ ​ເຕ​ເຮຣານ ຈະ​ບໍ່​ເຈລະຈາ​ກັບ​ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດ ​ແລະ ເຢຍລະມັນ) ກ່ຽວ​ກັບ​ໂຄງການ​ລູກ​ສອນ​ໄຟ​ນຳວິ​ຖີຂອງ​ປະ​ເທດ​ນີ້. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວ​ໜ້າ​ຄະນະ​ເຈລະຈາ​ຂອງ​ອີຣານ Abbas Araqchi ຢືນຢັນ​ວ່າ ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງການ​ປ້ອງ​ກັນ​ຂອງ​ອີຣານ ຈະ​ບໍ່​ໄດ້​ຍົກ​ອອກ​ມາ​ເພື່ອ​ປຶກສາ​ຫາລື. ​ເຕ​ເຮຣານ ຈະ​ບໍ່​ເຈລະຈາ​​​ບັນຫາ​ໃດ​ນອກຈາກ​ສຳ​ເນົາ​ເອກະສານກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ສາທາລະນະ​ລັດ​ອິດສລາມ. ​ແລະກໍ່ຕາມ​ທ່ານ Araqchi ​ແລ້ວ, ບັນຫາ​ປ້ອງ​ກັນ​ດ້ານ​ການ​ທະຫານ​ແມ່ນ​ຂໍ້​ກຳນົດ​ແດງ​ສຳລັບ​ອີຣານ ​ແລະ ​ເຕ​ເຮຣານ ຈະ​ບໍ່​ອະນຸຍາດໃຫ້​ປຶກສາ​ຫາລື​​ບັນດາ​ບັນຫາ​ຄື​ດັ່ງກ່າວທີ່​ຮອບ​ເຈລະຈາ​ຄັ້ງ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ