ອີຣານ ຢັ້ງຢືນສືບຕໍ່ໂຄງການນິວເຄຼຍ ເພື່ອຈຸດປະສົງສັນຕິພາບ
(VOVWORLD) - ວັນທີ 27 ກໍລະກົດ, ທ່ານ Abbas Araghchi ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ຖະແຫຼງວ່າ ເຕເຮຣານ ຈະສືບຕໍ່ປະຕິບັດໂຄງການນິວເຄຼຍ ເພື່ອຈຸດປະສົງສັນຕິພາບ ທີ່ຖືກຕາມບັນດາຂໍ້ກຳນົດຂອງອົງການພະລັງງານປະລະມານູສາກົນ (IAEA).
ອີຣານ ຢັ້ງຢືນສືບຕໍ່ໂຄງການນິວເຄຼຍ ເພື່ອຈຸດປະສົງສັນຕິພາບ (ພາບ: AFP/TTXVN) |
ທ່ານຮອງລັດຖະມົນຕີ Abbas Araghchi ໃຫ້ຮູ້ວ່າ: ອີຣານ ເຂົ້າຮ່ວມສົນທິສັນຍາຫ້າມແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ແລະ ໂຄງການນິວເຄຼຍ ເຊິ່ງ ເຕເຮຣານ ພວມດຳເນີນ ແມ່ນເໝາະສົມກັບບັນດາຂໍ້ກຳນົດຂອງ IAEA. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ກໍ່ໃສ່ໃຈວ່າ “ໃນບໍ່ວ່າຈຸດເວລາໃດ ບັນດາຜົນປະໂຫຍດທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ ຫຼື ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ໄດ້ຮັບປະກັນ, ອີຣານ ພ້ອມແລ້ວທີ່ຈະກັບຄືນສູ່ບັນດາຄຳໝັ້ນສັນຍາທັງໝົດຂອງຄົນສຳລັບ JCPOA”.