(vovworld) - ວັນທີ 9/9, ສະຖານນີໂທລະພາບອີຣານ ໄດ້ຄັດຄຳເວົ້າຂອງລັດຖະມົນຕີການຕ່າງປະເທດປະເທດນີ້ ທ່ານ Ali Akbar Salehi ໃຫ້ຮູ້ວ່າ ອີຣານ ກຽມພ້ອມສະໜັບສະໜູນທ່ານ Lakhdar Brahimi, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບຄົນໃໝ່, ໃນພາລະກຳສ້າງສັນຕິພາບຢູ່ຊີຣີຄືນໃໝ່. ໃນການແລກປ່ຽນທາງໂທລະຊັບກັບທ່ານ Brahimi, ທ່ານ Salehi ໄດ້ຖະແຫຼງວ່າ ອີຣານ ປາດຖະໜາມີມາດຕະການແກ້ໄຂສັນຕິພາບໃຫ້ແກ່ຊີຣີ ເຊິ່ງບໍ່ມີການແຊກແຊງຂອງຕ່າງປະເທດ. ທ່ານ Brahimi ກໍຢືນຢັນບົດບາດຕັ້ງໜ້າ ແລະ ສຳຄັນຂອງອີຣານຕໍ່ການພັດທະນາຂອງຊີຣີ ແລະ ເນັ້ນໜັກວ່າ ເພື່ອແກ້ໄຂວິກິດການຢູ່ຊີຣີ, ມີພຽງມາດຕະການດ້ານການເມືອງເທົ່ານັ້ນ. ທ່ານ Brahimi ແມ່ນຜູ້ທີ່ປ່ຽນແທນທ່ານ Kofi Annan, ຜູ້ທີ່ຖອນອອກຈາກຕຳແໜ່ງນີ້ເມື່ອເດືອນ 8 ທີ່ຜ່ານມາ ພາຍຫຼັງທີ່ບໍ່ສາມາດປະຕິບັດບັນດາຄວາມມານະພະຍາຍາມປະກອບສ່ວນນຳສັນຕິພາບໃຫ້ແກ່ຊີຣີໄດ້.